ພຣະຢາເວຜູ້ດຽວ

ເພງພິເສດ
ພຣະຢາເວຜູ້ດຽວ

01. ບໍ່ມີນາມໃດໆ
ອາດທຽບກັບພຣະອົງ
ພຣະຢາເວຜູ້ຊົງ
ຍິ່ງໃຫຍ່ ແລະ ຄອບຄອງ

ຊົງເປັນພຣະເຈົ້າ
ຜູ້ຊົງສ້າງທຸກສິ່ງ
ເມດຕາບໍ່ປະຖີ້ມ
ຫົວໃຈທີ່ຖ່ອມລົງ

02. ພຣະອົງປະທານຝົນ
ເພື່ອທີ່ຈະລ້ຽງດູ
ພຣະອົງຊົງຮັບຮູ້
ເລື່ອງລາວທີ່ທຸກໃຈ

ພຣະອົງຈະຕອບ
ບໍ່ວ່າດົນເທົ່າໃດ
ພຽງເຊື່ອ ແລະ ຝາກໄວ້
ພຣະອົງບໍ່ເຄີຍຖີ້ມ

R ບໍ່ມີພຣະເຈົ້າໃດ
ນອກຈາກພຣະຢາເວຜູ້ດຽວ
ຜູ້ຊົງເປັນຄວາມຫວັງຂອງຂ້າ

ພຣະອົງນັ້ນສົມຄວນ
ທີ່ຈະຮັບຄຳສັນລະເສີນ
ຊົງໄຖ່ໃຫ້ຊີວິດກັບຂ້າ

ພຣະອົງຜູ້ດຽວ
ເປັນຜູ້ຄອບຄອງ
ຕະຫຼອດນິລັນ

03. ຜູ້ທີ່ໝົດກຳລັງ
ເຂົ້າມາເຕີມເຫືອແຮງ
ຍາກຈົນຫຼືຂາດແຄນ
ໃຫ້ພຣະອົງລ້ຽງດູ

ຫົນທາງລຳບາກ
ພຣະອົງຈະຊ່ວຍກູ້
ອັບອາຍ ແລະ ອົດສູ
ພຣະອົງບໍ່ປະຖີ້ມ

R ບໍ່ມີພຣະເຈົ້າໃດ
ນອກຈາກພຣະຢາເວຜູ້ດຽວ
ຜູ້ຊົງເປັນຄວາມຫວັງຂອງຂ້າ

ພຣະອົງນັ້ນສົມຄວນ
ທີ່ຈະຮັບຄຳສັນລະເສີນ
ຊົງໄຖ່ໃຫ້ຊີວິດກັບຂ້າ

ພຣະອົງຜູ້ດຽວ
ເປັນຜູ້ຄອບຄອງ

R ບໍ່ມີພຣະເຈົ້າໃດ
ນອກຈາກພຣະຢາເວຜູ້ດຽວ
ຜູ້ຊົງເປັນຄວາມຫວັງຂອງຂ້າ

ພຣະອົງນັ້ນສົມຄວນ
ທີ່ຈະຮັບຄຳສັນລະເສີນ
ຊົງໄຖ່ໃຫ້ຊີວິດກັບຂ້າ

ພຣະອົງຜູ້ດຽວ
ເປັນຜູ້ຄອບຄອງ
ຕະຫຼອດນິລັນ

ພຣະອົງເທົ່ານັ້ນ
ອົງພຣະຢາເວ
ພຣະເຈົ້າຂອງຂ້າ.