ພຣະເຈົ້າລອງໃຈອັບຣາຮາມ (ສະຕີຣ)

ເພງພິເສດ
ພຣະເຈົ້າລອງໃຈອັບຣາຮາມ

1.ເປັນເລື່ອງຈິງ
ບໍ່ໄດ້ອີງນິຍາຍ
ພຣະຄຳພີໄດ້ບັນທຶກໄວ້
ຕັ້ງແຕ່ນານມາ

ເລື່ອງອັບຣາຮາມ ແລະ ນາງຊາຣາ
(ດົນຕີ)

ຢູ່ຄູ່ກັນມາເປັນເວລາຫົກສິບປີ
ຊາຣານາງນັ້ນເປັນໝັນ
ແຕ່ໃຈບໍ່ຫວັ່ນງານຮັບໃຊ້ເຕັມທີ່

ຮັບໃຊ້ພຣະເຈົ້າຜູ້ມີຣິດທິ
(ດົນຕີ)

ທັງສອງຄົນນີ້ໄດ້ຮັບການອວຍພອນ

2.ພຣະເຈົ້າອວຍພອນຊາຣາຕັ້ງຄັນ
ເຖິງເປັນຍິງໝັນພຣະເຈົ້າຍັງອວຍພອນໃຫ້

ເພາະພຣະເຈົ້າເປັນຜູ້ຮູ້ໃຈ
(ດົນຕີ)

ຈື່ງອວຍພອນໃຫ້ເຂົາມີລູກຫຼານ
ຖືກຳເນີດເກີດເມືອພໍ່ຊະຣາ
ລູກຄືຄຳສັນຍາພຣະເຈົ້າປະທານໃຫ້

ອົບຣາຮາມຊື່ນຊົມດີໃຈ
(ດົນຕີ)

ທັງສອງກໍໄດ້ລ້ຽງດູຢ່າງດີ

3.ອີຊາກເຕີບໂຕຂື້ນມາ
ພຣະເຈົ້າມາຫາເພື່ອຈະລອງໃຈ
ວ່າອັບຣາຮາມຮັກລູກຊຳໃດ
ຕ້ອງນຳລູກໄປຖວາຍເປັນເຄື່ອງບູຊາ

ຕື່ນມືດເຊົ້າເອົາຟືນຂື້ນບ່າ
ຕື່ນມືດເຊົ້າເອົາຟືນຂື້ນບ່າ
ຂື້ນຫຼັງລາແລ້ວເລັ່ງ
ເພາະທາງນັ້ນຢູ່ໄກ

ຕຽມຕົວໄດ້ໄປເຖິງຈຸດທີ່ໝາຍ
ນຳລູກຊາຍໄດ້ຖວາຍໃຫ້ອົງຜູ້ເປັນເຈົ້າ

4.ພໍໄປເຖິງກໍເຮັດແທ່ນບູຊາ
ອີຊາກຖາມວ່າແກະພໍ່ຢູ່ໃສ
ອັບຣາຮາມຕຽມຟືນຕຽມໄຟ

ເຮັດແທ່ນບູຊາໄວ້
ໄດ້ມັດເອົາອີຊາກຂື້ນມາ

ສຽງຮຽກລົງມາຈາກຟ້າ
ເຮົາຮູ້ແລ້ວວ່າໃຈເຈົ້າເປັນຢ່າງໃດ
ຫັນຫຼັງໄດ້ເຫັນແກະນັ້ນໂຕໜື່ງ
ຫັນຫຼັງໄດ້ເຫັນແກະນັ້ນໂຕໜື່ງ

ເຂົາມັນຕິດຟຸ່ມໄມ້
ພຣະເຈົ້ານັ້ນໄດ້ສົ່ງມາ

5.ນີ້ລະນາສິ່ງນັ້ນແມ່ນຄວາມຈິງ
ອັບຣາຮາມເພິ່ງພິງໃນອົງຜູ້ເປັນເຈົ້າ
ອັບຣາຮາມແກ້ມັດອີຊາກ
ຮີບເອົາລູກຮັກລົງຈາກແທ່ນບູຊາ

ແລ້ວເອົາແກະນັ້ນຂື້ນມາ
ເຜົາເຖິງແທ່ນບູຊາ
ເປັນເຄື່ອງຖວາຍພຣະອົງ

ຟັງເອົາໄວ້ໄທເຮົານ້ອງພີ່
ຟັງເອົາໄວ້ໄທເຮົານ້ອງພີ່
ການເຊື່ອຟັງເຮັດໃຫ້ພຣະອົງເຈົ້າຊື່ນຊົມ

ໃຈຢ່າລົ້ນໃຫ້ມຸ້ງສູ່ຄວາມຈິງ
ຂໍໃຫ້ເຮົາເພິ່ງພິງ
ໃນອົງຜູ້ເປັນເຈົ້າ
ເຮີ ເຮີ ເຮີ.