ຄືນໜາວດາວປະຫຼາດ
1. ຄືນວັນນັ້ນໜ້າໜາວ
ມີດາວປະຫຼາດດວງໜຶ່ງ
ເປັນຄືນທີ່ງາມສຸດຊຶ້ງ
ຕຶງໃຈບໍ່ມີຈາງຫາຍ
ດາວປະຫຼາດສ່ອງແສງ
ງົດງາມແວວວັບເສີດສາຍ
ໂຫລາຈານເຂົ້າໃຈ
ມີຄວາມໝາຍຈຶ່ງໄດ້ຕິດຕາມ
2. ທາງແສນໄກເທົ່າໃດ
ຫົວໃຈມຸ້ງໄປຟັງຝ່າ
ດາວລອຍໄປເທິງຟ້າ
ນຳພາໂຫລາຈານທັງສາມ
ເຖິງເຢລູຊາເລັມ
ຝູງຊົນແຕກຕື່ນໄຕ່ຖາມ
ຈອມຣາຊາເລີດລ້ຳ
ບັງເກີດທີ່ໃດຈົ່ງໄດ້ບອກມາ
3. ໂອ້ບ້ານເບັດເລເຮັມ
ຊ່າງສຸກກະເສມຍິ່ງໃຫຍ່ໜັກໜາ
ພຣະຄຣິດເຈົ້າຈອມຣາຊາ
ສະເດັດລົງມາບັງເກີດແຫ່ງນີ້
ເມື່ອໄດ້ຄຳຕອບນັ້ນ
ທັງໂຫລາຈານຜູ້ຄົນຍິນດີ
ຕ່າງບໍ່ຢູ່ລີລໍ
ຮີບໄປທັນທີດ້ວຍຄວາມຊື່ນບານ
4. ດາວນໍາເຂົາມາເຖິງ
ສຸດຊຶ້ງຫົວໃຈຖ້ວນໜ້າ
ທຸກຄົນສິ້ນຄວາມສົງໄສ
ໄດ້ມາກົ້ມກາບກຸມມານ
ເຂົາຈຶ່ງໄດ້ຖວາຍ
ທອງຄຳຢາງໄມ້ຫອມກຳຍານ
ເປັນເຄື່ອງບັນນາການ
ຄືນວັນນັ້ນສຸດແສນຍິນດີ
Solo....
1. ຄືນວັນນັ້ນໜ້າໜາວ
ມີດາວປະຫຼາດດວງໜຶ່ງ
ເປັນຄືນທີ່ງາມສຸດຊຶ້ງ
ຕຶງໃຈບໍ່ມີຈາງຫາຍ
ດາວປະຫຼາດສ່ອງແສງ
ງົດງາມແວວວັບເສີດສາຍ
ໂຫລາຈານເຂົ້າໃຈ
ມີຄວາມໝາຍຈຶ່ງໄດ້ຕິດຕາມ
2. ທາງແສນໄກເທົ່າໃດ
ຫົວໃຈມຸ້ງໄປຟັງຝ່າ
ດາວລອຍໄປເທິງຟ້າ
ນຳພາໂຫລາຈານທັງສາມ
ເຖິງເຢລູຊາເລັມ
ຝູງຊົນແຕກຕື່ນໄຕ່ຖາມ
ຈອມຣາຊາເລີດລ້ຳ
ບັງເກີດທີ່ໃດຈົ່ງໄດ້ບອກມາ
3. ໂອ້ບ້ານເບັດເລເຮັມ
ຊ່າງສຸກກະເສມຍິ່ງໃຫຍ່ໜັກໜາ
ພຣະຄຣິດເຈົ້າຈອມຣາຊາ
ສະເດັດລົງມາບັງເກີດແຫ່ງນີ້
ເມື່ອໄດ້ຄຳຕອບນັ້ນ
ທັງໂຫລາຈານຜູ້ຄົນຍິນດີ
ຕ່າງບໍ່ຢູ່ລີລໍ
ຮີບໄປທັນທີດ້ວຍຄວາມຊື່ນບານ
4. ດາວນໍາເຂົາມາເຖິງ
ສຸດຊຶ້ງຫົວໃຈຖ້ວນໜ້າ
ທຸກຄົນສິ້ນຄວາມສົງໄສ
ໄດ້ມາກົ້ມກາບກຸມມານ
ເຂົາຈຶ່ງໄດ້ຖວາຍ
ທອງຄຳຢາງໄມ້ຫອມກຳຍານ
ເປັນເຄື່ອງບັນນາການ
ຄືນວັນນັ້ນສຸດແສນຍິນດີ
ເປັນເຄື່ອງບັນນາການ
ຄືນວັນນັ້ນສຸດແສນຍິນດີ.