ຮັກວິເສດ Wonderful Love

Hymn
ຮັກວິເສດ
Wonderful Love

1. ຂ້າຮັກພຣະອົງ
ພຣະເຈົ້າຂອງຂ້າ
I love the Lord,
my God

ແລະ ຢາກຈະຮັກ
ພຣະອົງຫຼາຍກວ່າ
And I seek to love
Him more

ຂ້າຢາກຈະຮັກ
I want to love

ຈົນສຸດຄວາມຄິດ
ແລະ ວິນຍານ
with all my heart
and soul

ຊີວິດຂ້າຕ້ອງການ
ຂໍໄດ້ຮັກພຣະອົງ
All my life I seek
to love Him

2. ໂຜດນຳໃຫ້ຮັກ
ພຣະອົງຫຼາຍກວ່າ
Lord lead me
into loving You more

ຫຼາຍກວ່າສິ່ງໃດ
ໃນຊີວິດຂ້າ
More than anything
in my life

ທຸກສິ່ງທີ່ຂ້າ
ມີເປັນພຽງຂອງທີ່ຊົ່ວຄາວ
All my possessions
are temporary

ແຕ່ຄວາມຮັກຂອງພຣະເຈົ້າ
ນັ້ນໝັ້ນຄົງຍືນນານ
But the love of God
endures forever

R. ເພາະຮັກວິເສດເຊັ່ນນີ້
ບໍ່ມີໃນຜູ້ອື່ນ
Because Your
amazing love

ມີພຽງໃນຮັກ
ຂອງອົງພຣະເຈົ້າເທົ່ານັ້ນ
Can only be
found in You

ຂໍຊົງໂຜດສອນຫົວໃຈ
ວ່າຮັກທີ່ແທ້ເປັນເຊັ່ນໃດ
Lord teach my heart
to know what true love is

ຮັກເໝືອນດັ່ງພຣະອົງ
So I can love like You

3. ເພື່ອຂ້າຈະຮັກ
ພຣະອົງຫຼາຍກວ່າ
So that I can come
to love You more

ຫຼາຍກວ່າສິ່ງໃດ
ໃນຊີວິດຂ້າ
More than anything
in my life

ທຸກສິ່ງທີ່ຂ້າ
ມີເປັນພຽງຂອງທີ່ຊົ່ວຄາວ
All my possessions
are temporary

ແຕ່ຄວາມຮັກຂອງພຣະເຈົ້າ
ນັ້ນໝັ້ນຄົງຍືນນານ
But the love of God
endures forever

R. ເພາະຮັກວິເສດເຊັ່ນນີ້
ບໍ່ມີໃນຜູ້ອື່ນ
Because Your
amazing love

ມີພຽງໃນຮັກ
ຂອງອົງພຣະເຈົ້າເທົ່ານັ້ນ
Can only be
found in You

ຂໍຊົງໂຜດສອນຫົວໃຈ
ວ່າຮັກທີ່ແທ້ເປັນເຊັ່ນໃດ
Lord teach my heart
to know what true love is

ຮັກເໝືອນດັ່ງພຣະອົງ
So I can love like You

@ໃຫ້ໂລກນີ້ໄດ້ຮູ້ຈັກ
So let the world know

ກັບຄວາມຮັກທີ່ຄົງໝັ້ນ
ຮັກແທ້ໃນພຣະອົງ
About Your great
and unfailing love.