ເຮົາຂອບພຣະຄຸນ We Thank

ເພງສັ້ນ
ເຮົາຂອບພຣະຄຸນ
We Thank

1. ທຸກຄັ້ງທີ່ຍ້ອນ
ເບິ່ງກັບໄປໃນວັນວານ
ຂ້າໄດ້ເລີ່ມຕົ້ນມາຢ່າງໃດ

ເດີນຕາມພຣະອົງ
ມອບຊີວິດໄວ້ວາງໃຈ
ພຣະອົງນຳໃຫ້ມີວັນນີ້

ເລື່ອງລາວທີ່ເບິ່ງ
ວ່າເປັນໄປບໍ່ໄດ້
ພຣະອົງຊົງນຳໃນທຸກຄັ້ງ

ສິ່ງທີ່ມີໃນໃຈວັນນີ້
ຄືຄວາມຊາບຊຶ້ງ
ໃນຮັກມາກມາຍ

R. ຢາກຂອບພຣະຄຸນພຣະອົງ
ເພາະວ່າຊົງກະທຳ
ເລື່ອງລາວຍິ່ງໃຫຍ່

ເມື່ອຊົງເຄື່ອນໄຫວ
ພຣະພອນຫຼັ່ງໄຫຼ
ເໝືອນຢາດຝົນໂປຍມາ

ຢາກຂອບພຣະຄຸນພຣະອົງ
ເພາະວ່າພຣະສັນຍາ
ໝັ້ນຄົງບໍ່ເຄີຍປ່ຽນໄປ

ບໍ່ວ່າວັນນີ້
ບໍ່ວ່າວັນໃດ
ຂໍຂອບພຣະຄຸນ

2. ເພາະວ່າໄດ້ຮັບ
ມາຫຼວງຫຼາຍຈົນເກີນພໍ
ຊີວິດນີ້ຂໍມອບຖວາຍ

ຂໍພຣະອົງໃຊ້
ຂ້າຜູ້ນີ້ຕາມພຣະໄທ
ເຮັດສິ່ງໃດຍິນຍອມເຊື່ອຟັງ

ເພາະຊົງກະທຳ
ສິ່ງເລັກນ້ອຍໃຫ້ຍິ່ງໃຫຍ່
ພຣະຫັດພຣະອົງ
ເປີດຫົນທາງ

ຈະວັນໃດ
ບໍ່ເຄີຍໝົດຫວັງ
ຂ້າຍັງມີຮັກ
ພຣະອົງສະເໝີ