ປົກປ້ອງ (ຫຼານນ້ອຍ)
ເພງພິເສດ
ປົກປ້ອງ
1. ທ່ອງຈຳເອົາໄວ້
ໃນໃຈຢູ່ສະເໝີ
ບໍ່ວ່າຈະພົບເລື່ອງໃດໆ
ຈະມີບັນຫາ
ຫຼວງຫຼາຍພຽງເທົ່າໃດ
ບໍ່ຍາກເກີນຄຳອະທິຖານ
2. ນຳເອົາພາລະ
ເລື່ອງລາວທີ່ໜັກໃຈ
ມອບວາງເອົາໄວ້ທີ່ພຣະອົງ
ຈະບໍ່ຫວັ່ນໄຫວ
ກ້າວໄປຢ່າງໝັ້ນຄົງ
ຮູ້ວ່າພຣະອົງຢູ່ບໍ່ໄກ
R. ບໍ່ວ່າຈະນັ່ງຫຼືຢືນ
ບໍ່ວ່າຈະນອນຫຼືຈະຕື່ນ
ທຸກວັນແລະຄໍ່າຄືນ ມີພຣະອົງ
ປົກປ້ອງຄວາມຄິດ ແລະ ຫົວໃຈ
ປົກປ້ອງຊີວິດ ແລະ ຮ່າງກາຍ
ໃນທຸກລົມຫາຍໃຈ
ມີພຣະອົງ.