ບຸດຂອງອົງພຣະເຈົ້າ
ເພງພິເສດ
ບຸດຂອງອົງພຣະເຈົ້າ
ແຕ່ງໂດຍ: ຜປ. ວົງວິໄລ
1. ກ່ອນທີ່ຍັງບໍ່ມີໂລກນີ້
ກ່ອນຈະມີສັບພະທຸກສິ່ງ
ເເຕ່ອົງພຣະເຢຊູຄຣິສເຈົ້າ
ດຳລົງກ່ອນໜ້ານັ້ນ
ພຣະອົງຊົງເປັນພຣະເຈົ້າ
ພຣະອົງເປັນພຣະເຈົ້ານິຣັນ
ຊົງປະທັບຢູ່ເທິງສະຫວັນ
ບຸດຂອງອົງພຣະເຈົ້າ
C. ໃນເມື່ອຄວາມຜິດ...ບາບ
ໄດ້ເຂົ້າມາໃນ...ໂລກ
ອົງພຣະເຢຊູ ຜູ້ບໍ່ມີບາບ
ຈຶ່ງສະເດັດລົງມາຈາກຟ້າສະຫວັນ..
ຊົງຮັກເຮົາເຫຼືອເກີນ
ສະຫຼະຊີວິດ ເພື່ອໄຖ່
ຮັກຂອງພຣະອົງຍິ່ງໃຫຍ່
ເປັນຮັກ...ທີ່ເເທ້ຈິງ...
R. ພຣະເຢຊູເຈົ້າ
ເປັນຂອງຂວັນ
ຂອງຂວັນລໍ້າຄ່າ
ມາຈາກສະຫວັນ
ຂອງຂວັນທີ່ນໍາຄວາມຫວັງ
ສູ່ເເຜ່ນດິນສະຫວັນ
ຂອງພຣະເຈົ້າ ..
ເຈົ້າຂອງວັນຄຣິສມາດທີ່ເເທ້ຈິງ
ທີ່ຄົນທັງໂລກໄດ້ຮ່ວມສະຫຼອງ
ເຫຼົ່າທູດສະຫວັນໂຮ່ຮ້ອງ
ບຸດຂອງພຣະເຈົ້າຜູ້ຍິ່ງໃຫຍ່
2. ພຣະເຈົ້ານາມວ່າເຢຊູ
ນາມວ່າເອມານູເອນ
ຜູ້ຊົງເປັນເຈົ້າຂອງ
ຄຣິສມາດທີ່ເຮົາໄດ້ເຊື່ອນັ້ນ
ພຣະອົງສະຫຼະບັນລັງ
ຈາກສະຫວັນຮຸ່ງເຮືອງເບື້ອງເທິງ
ຊົງເປັນເເສງສະຫວ່າງ
ປະກາຍໃຫ້ເຮົາມີຄວາມຫວັງ
C. ໃນເມື່ອຄວາມຜິດ...ບາບ
ໄດ້ເຂົ້າມາໃນ...ໂລກ
ອົງພຣະເຢຊູ ຜູ້ບໍ່ມີບາບ
ຈຶ່ງສະເດັດລົງມາຈາກຟ້າສະຫວັນ
ຊົງຮັກເຮົາເຫຼືອ...ເກີນ
ສະຫຼະຊີວິດ ເພື່ອໄຖ່
ຮັກຂອງພຣະອົງຍິ່ງໃຫຍ່
ເປັນຮັກ...ທີ່ເເທ້ຈິງ...
R. ພຣະເຢຊູເຈົ້າ
ເປັນຂອງຂວັນ
ຂອງຂວັນລໍ້າຄ່າ
ມາຈາກສະຫວັນ
ຂອງຂວັນທີ່ນໍາຄວາມຫວັງ
ສູ່ເເຜ່ນດິນສະຫວັນ
ຂອງພຣະເຈົ້າ
ເຈົ້າຂອງວັນຄຣິສມາດທີ່ເເທ້ຈິງ
ທີ່ຄົນທັງໂລກໄດ້ຮ່ວມສະຫຼອງ
ເຫຼົ່າທູດສະຫວັນໂຮ່ຮ້ອງ
ບຸດຂອງພຣະເຈົ້າຜູ້ຍິ່ງໃຫຍ່
Solo
C. ໃນເມື່ອຄວາມຜິດ...ບາບ
ໄດ້ເຂົ້າມາໃນ...ໂລກ
ອົງພຣະເຢຊູ ຜູ້ບໍ່ມີບາບ
ຈຶ່ງສະເດັດລົງມາຈາກຟ້າສະຫວັນ
ຊົງຮັກເຮົາເຫຼືອເກີນ
ສະຫຼະຊີວິດ ເພື່ອໄຖ່
ຮັກຂອງພຣະອົງຍິ່ງໃຫຍ່
ເປັນຮັກ...ທີ່ເເທ້ຈິງ...
R. ພຣະເຢຊູເຈົ້າ
ເປັນຂອງຂວັນ
ຂອງຂວັນລໍ້າຄ່າ
ມາຈາກສະຫວັນ
ຂອງຂວັນທີ່ນໍາຄວາມຫວັງ
ສູ່ເເຜ່ນດິນສະຫວັນ
ຂອງພຣະເຈົ້າ
ເຈົ້າຂອງວັນຄຣິສມາດທີ່ເເທ້ຈິງ
ທີ່ຄົນທັງໂລກໄດ້ຮ່ວມສະຫຼອງ
ເຫຼົ່າທູດສະຫວັນໂຮ່ຮ້ອງ
ບຸດຂອງພຣະເຈົ້າຜູ້ຍິ່ງໃຫຍ່
ເຫຼົ່າທູດສະຫວັນໂຮ່ຮ້ອງ
ບຸດຂອງພຣະເຈົ້າຜູ້ຍິ່ງໃຫຍ່
@ຜູ້ຄົນທັງໂລກໂຮ່ຮ້ອງ
ບຸດຂອງພຣະເຈົ້າຜູ້ຍິ່ງໃຫຍ່.