ph-ພຣະເຢຊູຄຽງຂ້າງເຮົາ

ເພງສັ້ນ
ພຣະເຢຊູຄຽງຂ້າງເຮົາ

1. ໃນ...ເວລາທີ່ເຮົາ
ມີຄວາມທຸກໃຈ
ຈະເບິ່ງໄປທາງໃດກໍ່ຫາ
ບໍ່ພົບຈັກຄົນທີ່ເຂົ້າໃຈ

ຈະມີໃຜແດ່ບໍ່
ທີ່ຮູ້ໃຈເຮົາຈິງ

2. ລອງ...ຫລັບຕາ
ແລະ ທົບທວນເລື່ອງລາວ
ຈະຮູ້ເລີຍວ່າເຮົາ
ບໍ່ເຫງົາດຽວດາຍ

ພຣະອົງຢູ່ໃກ້ໆ ບໍ່ວ່າໄປ
ທາງໃດກໍ່ຈະຢືນຄຽງຂ້າງເຮົາ

* ພຽງເຮົານັ້ນ ເຊື່ອໃນພຣະອົງ
ແລະໝັ້ນຄົງ ດ້ວຍສຸດໃຈ
ພຽງເຮົາເຮັດຕາມນ້ຳພຣະໄທ
ຈະເລື່ອງອັນໃດ ເຮົາກໍຄົງບໍ່ຢ້ານ

** ມີພຣະອົງເຂົ້າໃຈເຮົານັ້ນ
ບໍ່ມີວັນໄປໃສ ໂອ້...ໂວ້...
ຮັກພຣະອົງ ຊາບຊື້ງໃຈ
ບໍ່ປ່ຽນໃຈແນ່ນອນ

3, ຈາກ...ວັນນັ້ນທີ່
ເຮົາໄດ້ເພິ່ງພຣະອົງ
ບໍ່ເຄີຍມີຈັກວັນ
ທີ່ເຫົງາດຽວດາຍ

ເພາະພຣະອົງຊົງຢູ່ໃກ້
ຈະເດີນໄປທາງໃດ
ກໍ່ຈະເດີນຄຽງຂ້າງເຮົາ
(ຊ້ຳ *,**)

Rap: ກໍ່ເພາະພອນວິນຍານ
ທີ່ປະທານມາໃຫ້ພວກເຮົານັ້ນ
ເປັນພຣະຄຸນແລະຄວາມຮັກ
ທີ່ມາຈາກພຣະເຈົ້າ

ເພື່ອໃຫ້ເກີດຄວາມ
ຫວັງໃຈຂື້ນໃນພວກເຮົາ
ເປັນຄວາມສຸກນິຣັນ
ທີ່ພຣະອົງຈັດກຽມ
(ຊ້ຳ *,**,**)