249 ,156ຂໍລາຈາກຫມູ່ເຈົ້າພີ່ນ້ອງເອີຍ Farewell to Friends

Hymn
249 ,156ຂໍລາຈາກຫມູ່ເຈົ້າພີ່ນ້ອງເອີຍ
Farewell to Friends

1.ຂໍລາຈາກຫມູ່ເຈົ້າ
ພີ່ນ້ອງເອີຍ
ແຕ່ພຣະເຈົ້າສະຖິດຢູ່ນຳ

ຈິ່ງບໍ່ໄດ້ປະ
ພວກລູກຂອງຕົນ
ໃນໂລກນີ້ມີເວນມີກຳ

R.ໂອ້ພີ່ນ້ອງທັງຫລາຍ
ທີ່ຮັກເອີຍ
ຜູ້ຕິດຕາມພຣະເຢຊູໄປ

ຢູ່ເມືອງຟ້າຈະໄດ້
ຄວາມຍິນດີ
ຄົບບໍຣິບູນ ອີ່ມໃຈເລື່ອຍ.

2.ເວລາອອກທຽວທາງ
ໃຫ້ໄປດີ
ໃຫ້ຢູ່ສຸກ
ດ້ວຍຄວາມປອດໄພ

ຂໍພຣະເຈົ້າ
ຜູ້ເມດຕາປານີ
ໂຜດໃຫ້ພົ້ນ
ຄວາມອັນຕະລາຍ.

R.ໂອ້ພີ່ນ້ອງທັງຫລາຍ
ທີ່ຮັກເອີຍ
ຜູ້ຕິດຕາມພຣະເຢຊູໄປ

ຢູ່ເມືອງຟ້າຈະໄດ້
ຄວາມຍິນດີ
ຄົບບໍຣິບູນ ອີ່ມໃຈເລື່ອຍ.

3.ຂໍພຣະອົງຊົງໂຜດ
ອວຍພອນເຈົ້າ
ໂຜດຮັກສາ
ທັງເຈົ້າແລະເຮົາ

ຊ້ຳຊົງໂຜດ
ໃຫ້ພົ້ນບາບຮ້າຍໂທດ
ພົ້ນການພິພາກສາ
ພາຍຫນ້າ.

R.ໂອ້ພີ່ນ້ອງທັງຫລາຍ
ທີ່ຮັກເອີຍ
ຜູ້ຕິດຕາມພຣະເຢຊູໄປ

ຢູ່ເມືອງຟ້າຈະໄດ້
ຄວາມຍິນດີ
ຄົບບໍຣິບູນ ອີ່ມໃຈເລື່ອຍ.