ph-ພຣະອົງຄືຄວາມໝາຍຂອງຄຣິສມາດ
ເພງພິເສດ
ພຣະອົງຄືຄວາມໝາຍຂອງຄຣິສມາດ
1.ໃນຄືນທີ່ແສນຫນາວ
ເຫັນແສງແວວວາວ
ຂອງດວງດາລາ
ສ່ອງມາຈາກຟ້າທີ່ແສນໄກ
ເປັນການມາບັງເກີດ
ຂອງພຣະຜູ້ໄຖ່
ບັນທົມໃນຮາງຫຍ້າ
ໃນເບັດເລເຮັມ
2.ເມື່ອນັ້ນເຫຼົ່າ
ທູດສະຫວັນ
ບອກເຫຼົ່າຂ່າວດີແກ່
ຄົນລ້ຽງແກະ
ວ່າລັດສະໝີຈົ່ງ
ມີແດ່ພຣະເຈົ້າ
ຢູ່ໃນຟ້າສະຫວັນແລະ
ທີ່ແຜ່ນດິນໂລກ
ຈົ່ງມີແກ່ມະນຸດທັງປວງ
ທີ່ພຣະອົງຊົງພໍພຣະໄທ
# ໂຫລາຈານນຳ
ເຄື່ອງຖວາຍ
ທັງຄຳກຳຍານ
ແລະຢາງໄມ້ຫອມ
ເຂົ້າເຝົ້າພຣະອົງ
ຜູ້ຊົງນາມເອມານູເອນ....
## ພຣະອົງຄືຄວາມໝາຍ
ຂອງຄຣິສມາດ
ທີ່ເຮົາສະຫຼອງກັນ
ເປັນຄວາມຮັກ
ຂອງອົງພຣະເຈົ້າ
ທີ່ມອບໃຫ້ແກ່
ມະນຸດທຸກຄົນ
ຜູ້ທີ່ເຊື່ອແລະ
ວາງໃຈໃນພຣະອົງ
ຈະຫຼຸດພົ້ນຈາກ
ບາບທັງຫຼາຍ
ເພາະວ່າທ່ານໄດ້
ເຊື່ອໃນພຣະບຸດ
ອົງດຽວຂອງພຣະເຈົ້າ
(ຂໍພຽງທ່ານນັ້ນເຊື່ອວ່າ
ພຣະເຢຊູຄຣິດເປັນພຣະເຈົ້າ)