47,197 ແຈ້ງໄດ້ສ່ອງໃນຍາມ The Shinning Star (Lao tune)

Hymn
47,197 ແຈ້ງໄດ້ສ່ອງໃນຍາມ
The Shinning Star (Lao tune)

1.ແຈ້ງໄດ້ສ່ອງໃນຍາມ
ທີ່ເປັນເວລາກາງຄືນ
ມີເທວະດາສັນລະເສີນວ່າ

ຄວາມຜາສຸກສຳລານ
ຈົ່ງມີທີ່ແຜ່ນດິນໂລກ
ລະຫວ່າງມະນຸດ

ທີ່ຊອບພຣະໄທ
ໃຫ້ເຮົາພາກັນ
ຮ້ອງເພງດ້ວຍໃຈຊື່ນຍິນດີ

ພຣະບຸດຂອງພຣະອົງເຈົ້າ
ໄດ້ສະເດັດລົງມາ
ໃຫ້ເຮົາພາກັນຮ້ອງເພງ
ດ້ວຍໃຈຊື່ນຍິນດີ

ພຣະບຸດຂອງພຣະອົງເຈົ້າ
ໄດ້ສະເດັດລົງມາ.

2.ພຣະກຸມມານນັ້ນຊົງ
ນອນຫລັບຢູ່ດີສໍາບາຍ
ຮາງຫຍ້າເປັນທີ່
ນອນໃນຄອກສັດ

ມານດາຂອງກຸມມານ
ນັ້ນຮັກສາພຣະອົງໄວ້
ແຕ່ຍັງບໍ່ຮູ້ວ່າເປັນກະສັດ

ຖ້າກະສັດສະຫວັນຊົງສະຖິດ
ຢູ່ໃນເຮົາມີຄວາມສຸກສະນຸກໃຈ
ທຸກເຊົ້າວັນຄືນໄປ

ໃຫ້ເຮົາພາກັນຮ້ອງເພງ
ດ້ວຍໃຈຊື່ນຍິນດີ
ພຣະບຸດຂອງພຣະອົງເຈົ້າ
ໄດ້ສະເດັດລົງມາ.

3.ສໍາລັບພຣະອົງນັ້ນ
ຜູ້ເປັນກະສັດ
ຊອບໃຈເຈົ້າບໍ່ມີບ່ອນ
ຕ້ອນຮັບຢູ່ຫລື

ຈົ່ງອ້ອນວອນຂໍໃຫ້ພຣະອົງ
ຮັບເອົາໃຈເຈົ້າ
ໃຫ້ເປັນທີ່ສະຖິດຂອງພຣະອົງ

ຖ້າກະສັດສະຫວັນຊົງສະຖິດ
ຢູ່ໃນເຮົາມີຄວາມສຸກສະນຸກໃຈ
ທຸກເຊົ້າວັນຄືນໄປ

ໃຫ້ເຮົາພາກັນຮ້ອງເພງ
ດ້ວຍໃຈຊື່ນຍິນດີ
ພຣະບຸດຂອງພຣະອົງເຈົ້າ
ໄດ້ສະເດັດລົງມາ.