p-ແປວທຽນ

ເພງສັ້ນ
ແປວທຽນ

ແປວທຽນສ່ອງແສງຍາມມືດມົນ
ຊ່ວຍໃຫ້ຄົນໄດ້ມີຄວາມຫວັງ
ທີ່ໃດຈິດໃຈຂາດພະລັງ
ບໍ່ຕ້ອງຫວັ່ນ ແສງທຽນຈະສ່ອງມາ

ໃຈເອີຍຢ່າດ່ວນອ່ອນລະອາ
ເຖິງເວລາເຂົ້າມາອະທິຖານ
ພຣະເຈົ້າຈະຊົງໂຜດປະທານ
ພຣະວິນຍານແສງທຽນໃນຈິດໃຈ

ຈະອ່ອນແອອີກເທົ່າໃດ
ບໍ່ຫວັ່ນໄຫວພຣະເຈົ້າໃຫ້ເຫື່ອແຮໃ
ຈະຊົງຊ່ວຍໃຫ້ແຂງແກ່ນ
ປຽບດັ່ງແສງແຫ່ງແປວທຽນ