ທາງແຫ່ງກາງແຂນ
ເມື່ອພຣະເຢຊູ ແບກໄມ້ກາງແຂນ
ຍ່າງໄປທາງໂຄລະໂຄທາ
ແລະພຣະອົງຊົງຖືກດຶງ
ຈາກພວກເຫຼົ່າທະຫານ
ຄົນທັງປວງພ້ອມພາກັນມາ
ຢາກເຫັນພຣະອົງຍ່າງໄປ
ສູ່ທາງແຫ່ງຄວາມຕາຍ
1. ຄົນເຫຼົ່ານັ້ນໄດ້ເວົ້າ
ເຍາະເຍີ້ຍພຣະອົງ
ທີ່ຊົງສວມມົງກຸດໜາມ
ພວກເຂົາສະໃຈ
ທີ່ໄດ້ຍິນສຽງໄມ້ຂ້ຽນຕີ
ແລະພວກເຂົາ
ຮ້ອງສຽງດັງວ່າ
ໃຫ້ຄຶງລາວທີ່ວ່າ
ຕົນເອງເປັນເມຊີອາ
R1. ໃນຂະນະທີ່ພຣະອົງ
ຖືກໝິ່ນປະໝາດ
ເຍາະເຍີ້ຍແລະກຽດຊັງ
ສິດທີ່ພຣະເຢຊູຮັກ
ກໍ່ຖິ້ມພຣະອົງໜີໄປ
ແຕ່ຄວາມຮັກຍິ່ງໃຫຍ່
ພຣະອົງນັ້ນຍັງມີ
ຕໍ່ພວກເຮົາທຸກຄົນ
ອົງພຣະເຢຊູຄຣິດ
ໄດ້ຍ່າງໄປທາງແຫ່ງນັ້ນ
ໂຄລະໂຄທາ
2. ຄົນເຫຼົ່ານັ້ນໄດ້ເວົ້າ
ເຍາະເຍີ້ຍວ່າຊີວິດເຈົ້າ
ໝົດຄວາມໝາຍແລ້ວ
ເຮົາບໍ່ມີຄວາມຫວັງກັບເຈົ້າ
ອີກຕໍ່ໄປແລ້ວ
ຊ່ວຍຕົນເອງກໍບໍ່ໄດ້ເລີຍ
ແລ້ວຈະເປັນພຣະເມຊີອາ
ພວກເຮົາໄດ້ຫຼື
R2. ມີແຕ່ທາງດຽວ
ທີ່ຈະລອດພົ້ນໄດ້ຄື
ທາງໂຄລະໂຄທາ
ແຕ່ບໍ່ມີຜູ້ໃດເຂົ້າໃຈ
ໃນທາງເຫຼົ່ານີ້
ແຕ່ຄວາມຮັກຍິ່ງໃຫຍ່
ພຣະອົງນັ້ນຍັງມີ
ຕໍ່ພວກເຮົາທຸກຄົນ
ອົງພຣະເຢຊູຄຣິດ
ໄດ້ຍ່າງໄປທາງແຫ່ງນັ້ນ
ທຸກຍາກລຳບາກ
B. ຢູ່ເທິງໄມ້ກາງແຂນ
ພຣະໂລຫິດໄຫຼອອກມາ
ເຢລູຊາເລັມແລະຢູດາ
ຈົນສຸດປາຍແຜ່ນດິນໂລກ
ໄດ້ກາຍເປັນ
ແມ່ນ້ຳແຫ່ງຊີວິດ
ປົກຄຸມເໜືອ
ແຜ່ນດິນໂລກນີ້
ຊົງໄດ້ໄຖ່ບາບກຳຂອງ
ມະນຸດໝົດທັງໂລກນີ້
ເປັນທາງນັ້ນທີ່ຄົນ
ເຫຼົ່ານັ້ນໄດ້ເວົ້າໝິ່ນປະໝາດ
ແລະເຍາະເຍີ້ຍ
ແຕ່ເຮົາຕ້ອງຕັດສິນໃຈ
ຕິດຕາມທາງນັ້ນໄປ
ທາງແຫ່ງຊີວິດ
ຮູ.....................ຮູ............
ຮູ.....................ຮູ...........