kh-ຄືນນັ້ນຫນ້າຫນາວ
ເພງພິເສດ
ຄືນນັ້ນຫນ້າຫນາວ
1.ຄືນນັ້ນຫນ້າຫນາວ
ມີດາວປະຫຼາດດວງໜຶ່ງ
ເປັນຄືນທີ່ງາມສຸດຊຶ້ງ
ຕຶງໃຈບໍ່ຈາງຫາຍ
ດາວປະຫຼາດສ່ອງແສງ
ເງົາງາມແວວວັບເສີດສາຍ
ໂຫລາຈານເຂົ້າໃຈ
ມີຄວາມໝາຍຈຶ່ງໃດ້ຕິດຕາມ
2.ທາງແສນໄກເທົ່າໃດ
ຫົວໃຈມຸ່ງໄປຟັນຝ່າ
ດາວລວຍໄປເທິງຟ້າ
ນຳພາໂຫລາທັງສາມ
ເຖິງເຢລູຊາເລັມ
ຝູງຄົນແຕກຕື່ນໄຕ່ຖາມ
ຈອມລາຊາເລີດລ້ຳ
ບັງເກີດທີ່ໃດຈົ່ງໃດ້ຕອບມາ
R.ໂອ້ບ້ານເບັດເລເຮັມ
ແສນສຸກກະເສມຍິ່ງໃຫ່ຍໜັກໜາ
ພຣະຄຣິດເຈົ້າຈອມລາຊາ
ສະເດັດລົງມາບັງເກີດແຫ່ງນີ້
ເມື່ອໃດ້ຄຳຕອບນັ້ນ
ທັງໂຫລາຈານຜູ້ຄົນຍິນດີ
ຕ່າງບໍ່ຢູ່ລໍລີ
ຮີບໄປທັນທີດ້ວຍໃຈຊື່ນບານ
3.ດາວນຳຫນ້າມາເຖິງ
ສຸດຊຶ້ງຫົວໃຈທວນວ່າ
ທຸກຄົນສິ້ນຄວາມກັງຂາ
ເມື່ອມາເຝົ້າກາບທູນກຸມມານ
ເຂົາຈຶ່ງໄດ້ຖວາຍ
ໄມ້ຫອມທອງຄຳກຳຍານ
ເປັນເຄື່ອງບັນນາການ
ຄືນວັນນັ້ນສຸດແສນຍິນດີ