19 ພຣະອົງຜູ້ຊົງມີລິດອຳນາດ
Hymn
19 ພຣະອົງຜູ້ຊົງມີລິດອຳນາດ
1.ພຣະອົງຜູ້ຊົງ
ມີລິດອຳນາດ
ຂ້າຂໍກົ້ມຂາບນົບ
ນ້ອມຖ່ອມໃຈລົງ
ຂໍວາງໃຈໃນພຣະອົງ
ແລະຊື່ກົງໄປ
ເຖິງວັນຕາຍ
ຈະລຳບາກຫຼືວ່າ
ສຸກສຳບາຍ
ຈະເປັນຫຼືຕາຍ
ຂໍຮັບໃຊ້ພຣະອົງ
2.ຂໍໂຜດພາຂ້າ
ຂ້າມຈາກໂລກນີ້
ດຳເນີນໄປຕາມແນວ
ທາງອັນຊອບທຳ
ຂໍພຣະອົງໂຜດຊູຊ່ອຍ
ເພື່ອໃຫ້ມີຄວາມ
ພາກພຽນຮຽນ
ດ້ວຍຕັ້ງໃຈຕິດຕາມ
ພຣະເຢຊູ
ຊົງເປັນຄູດີຜູ້ວາງ
ແບບຢ່າງໄວ້
3.ຂໍຊ່ອຍໃຫ້ເຮັດ
ຕາມນ້ຳພຣະໄທ
ເພື່ອເປັນຜູ້ຊຳນານ
ໃນການຮັບໃຊ້
ໃຫ້ເປັນຄົນທີ່ຮຽບຮ້ອຍ
ພົ້ນຈາກການຕຳໜິຕິຕຽນ
ການທົດລອງຂໍເອົາ
ເປັນບົດຮຽນ
ທີ່ຊູຊ່ອຍໃຫ້ໄດ້
ກ້າວໜ້າຕໍ່ໄປ