kh-ຄຣິດສະມາດ ເປັນວັນທີ່ງາມໂສພາ
ເພງພິເສດ
ຄຣິດສະມາດເປັນວັນທີ່ງາມໂສພາ
1. ຄຣິດສະມາດ ເປັນວັນທີ່ງາມໂສພາ
ເຮົາພາກັນມາ ສະຫຼອງຮ້ອງເພງຍິນດີ
ເພາະໃນວັນນີ້ ເຢຊູອົງເປັນພຣະເຈົ້າ
ໄດ້ລົງມາ ປະສູດທີ່ເບັດເລເຮັມ
2. ຄັ້ງໜຶ່ງ ຝູງເທບຜູ້ຊົງໂສພາ
ພາກັນລົງມາ ສະຫຼອງຮ້ອງສົ່ງບັນເລງ
ປະສານສຳນຽງ ສຽງເພງຍົກຍໍຮ້ອງວ່າ
ໃຫ້ໂລກແລະຟ້າ ຈົ່ງມີແຕ່ຄວາມສຸກເອີຍ
3. ເຊີນເຂົ້າມາ ນ້ອມກາບກຸມມານ
ຜູ້ສົງສານເກີດໃນວັນນີ້
ຊື່ນລືດີ ດ້ວຍກຽດສັກສີ ຈຶ່ງຂໍມີ
ແຕ່ຄວາມຊື່ນໃຈ
4. ເຊີນເຖີດ ພີ່ນ້ອງຢ່າມົວຫຼົງໄຫຼ
ຕື່ນເຖີດຕຽມໃຈ ຕ້ອນຮັບພຣະຄຣິດເຢຊູ
ພຣະຄິຣດລົງມາ ເພື່ອຊ່ວຍຄົນທຸກໆຊາດ
ລັດສະໝີ ຈົ່ງມີແດ່ທ່ານເຖີດເອີຍ