95 ສິດທັງຫລາຍຈົ່ງເຝົ້າລະວັງຢູ່

Hymn
95 ສິດທັງຫລາຍຈົ່ງເຝົ້າລະວັງຢູ່
LO HE COMES

1. ສິດທັງຫລາຍ
ຈົ່ງເຝົ້າລະວັງຢູ່
ເໝືອນຢ່າງສາວ
ສິບຄົນຄອຍເຝົ້າດູ

ຕື່ມນ້ຳມັນໂຄມ
ໄຟໃຫ້ລຸກຢູ່
ຈົ່ງພ້ອມກັນ
ຄອຍຖ້າພຣະເຢຊູ

R. ພຣະເຢ ຊູຜູ້ສະເດັດມາ
ຈາກສະຫວັນພຣະອົງສະເດັດມາ
ຊົງຄຸ້ມຄອງຢູ່ເໜືອຜູ້ມີໄຊ
ພຣະເຢຊູ ຜູ້ສະເດັດມາ

2. ພຣະເຢຊູຊົງ
ໃຫ້ຄຳສັນຍາ
ໂຜດຍົກບາບ
ດ້ວຍໃຈຮັກສັດທາ

ໂຜດປະທານ
ຄວາມບໍລິສຸດມາ
ແກ່ໄພ່ພົນ
ພຣະອົງທົ່ວໂລກາ

R. ພຣະເຢ ຊູຜູ້ສະເດັດມາ
ຈາກສະຫວັນພຣະອົງສະເດັດມາ
ຊົງຄຸ້ມຄອງຢູ່ເໜືອຜູ້ມີໄຊ
ພຣະເຢຊູ ຜູ້ສະເດັດມາ

3. ຄົນທຸກຊາດ
ກຳລັງຈິບຫາຍໄປ
ເພາະບໍ່ຍອມຕ້ອນ
ຮັບພຣະຜູ້ໄຖ່

ຄວາມທຸກໂສກ
ຄວາມຕາຍກໍໝົດໄປ
ສິດທັງຫລາຍໂຫ່ຮ້ອງ
ສະຫລອງໄຊ

R. ພຣະເຢ ຊູຜູ້ສະເດັດມາ
ຈາກສະຫວັນພຣະອົງສະເດັດມາ
ຊົງຄຸ້ມຄອງຢູ່ເໜືອຜູ້ມີໄຊ
ພຣະເຢຊູ ຜູ້ສະເດັດມາ

4. ໃຫ້ຄົນບາບ
ທັງຫຼາຍຮີບກັບມາ
ພຣະອົງເຈົ້າຊົງ
ເຊີນທຸກເວລາ

ຮີບມາກ່ອນ
ໂອກາດໄດ້ໝົດສາ
ມາໄວ ເທີນ
ຢ້ານວ່າໝົດເວລາ

R. ພຣະເຢ ຊູຜູ້ສະເດັດມາ
ຈາກສະຫວັນພຣະອົງສະເດັດມາ
ຊົງຄຸ້ມຄອງຢູ່ເໜືອຜູ້ມີໄຊ
ພຣະເຢຊູ ຜູ້ສະເດັດມາ.