46,196 ເມືອງເບັດເລເຮັມ Good News
Hymn
46,196 ເມືອງເບັດເລເຮັມ Good News
1.ເມືອງເບັດເລເຮັມ
ກາຍເປັນເມືອງສໍາຄັນ
ເພາະໃນເມືອງນັ້ນພຣະເຢຊູ
ປະສູດມື້ໜຶ່ງພຣະເຈົ້າ
ໃຫ້ເທວະດາລົງມາ
ປາກົດແກ່ບັນດາຜູ້ລ້ຽງແກະ
ຢູູ່ທົ່ງເທວະດາຕົນນັ້ນໄດ້ກ່າວວ່າ
ພວກເຈົ້ານັ້ນຢ້ານຕົນເຮົາ
ເຮັດຫຍັງເຮົານຳຂ່າວດີ
ມາໃຫ້ເຈົ້າຊື່ນໃຈ
ພຣະຄຣິດຜູ້ໄຖ່ໄດ້ມາເກີດ
ເຄື່ອງໝາຍສຳຄັນຄື
ກຸມມານນັ້ນນອນຢູ່ໃນຮາງຫຍ້າ
ຜ້າອ້ອມກັນກາຍຢູ່
ຮອບພຣະກາຍາ
ເຊີນເຈົ້າຈົ່ງພາກັນໄປເບິ່ງ.
2.ໃນບັດດຽວນັ້ນ
ຊາວສະຫວັນລົງມາ
ຮ່ວມກັບເທວະດາ
ຕົນມາບອກຂ່າວ
ພາກັນຮ້ອງເພງບັນເລງ
ເປັນສຽງດົນຕຼີ
ພຣະກຽດຈົ່ງມີແກ່ພຣະອົງ
ເຈົ້າຜູ້ດຽວທີ່ແຜ່ນ
ດິນໂລກຈົ່ງສັນຕິສຸກ
ພຣະເຈົ້າປະທານຄວາມຮັກ
ທົ່ວກັນແລ້ວເທວະດາ
ຕ່າງພາກັນກັບໄປ
ພວກຜູ້ລ້ຽງແກະກໍດີໃຈ
ແລ້ວພາກັນໄປກໍໄດ້ເຫັນຈິງ
ຕາມສິ່ງທີ່ບອກກ່າວເລ່ືອງລາວ
ຄາວນັ້ນຈິ່ງຮູ້ກັນຫລວງຫລາຍ
ທັງຍິງທັງຊາຍກໍ່ຍິນດີ.