180 ເຮົາໄດ້ຍິນຂ່າວປະເສີດວ່າ Jesus Saves

Hymn
180 ເຮົາໄດ້ຍິນຂ່າວປະເສີດວ່າ
Jesus Saves

1.ເຮົາໄດ້ຍິນຂ່າວປະເສີດວ່າ
ພຣະເຢຊູ ໂຜດໃຫ້ພົ້ນ
ເຮົາຈິ່ງປ່າວປະກາດທຸກແຫ່ງ
ພຣະເຢຊູ ໂຜດໃຫ້ພົ້ນ

ເຮົາຈິ່ງໄປ ບອກທຸກປະເທດ
ຂື້ນພູເຂົາ ຂ້າມນ້ຳທັງຫຼາຍ
ເຮົາຮັບໃຊ້ ພຣະເຢຊູເຈົ້າ
ພຣະອົງຊົງ ໂຜດໃຫ້ພົ້ນ

2.ແຈ້ງຂ່າວນີ້ ໃຫ້ທຸກຄົນຟັງ
ພຣະເຢຊູ ໂຜດໃຫ້ພົ້ນ
ບອກຄົນບາບທັງໄກທັງໃກ້
ພຣະເຢຊູໂພດໃຫ້ພົ້ນ

ຄົນທີ່ເຊື່ອຈົ່ງແຈ້ງຂ່າວນີ້
ຢ່າອິດອ່ອນຈົ່ງຮ້ອງເພງດີ
ແຜນດິນຕ້ອງມີຄວາມຍິນດີ
ພຣະອົງຊົງມີຄວາມຍິນດີ

3.ໂດຍຄຶງໄວ້ທີ່ໄມ້ກາງແຂນ
ພຣະເຢຊູໂພດໃຫ້ພົ້ນ
ດ້ວຍອຳນາດ ຄືນມາຈາກຕາຍ
ພຣະເຢຊູໂຜດໃຫ້ພົ້ນ

ຈົ່ງອອກສຽງ
ຄ່ອຍໆອ່ອນຫວານ
ໃຫ້ຖືກໃຈ ຜູ້ຮູ້ທຸກໂສກ

ເລົ້າໂລມໃຈຜູ້ທີ່ຮ້ອງໄຫ້
ພຣະອົງຊົງ ໂຜດໃຫ້ພົ້ນ

4.ໃຫ້ຂ່າວນີ້ຊ່າລືທົ່ວໄປ
ພຣະເຢຊູໂຜດໃຫ້ພົ້ນ
ຄົນທັງປວງ ຈົ່ງຊື່ນຍິນດີ
ພຣະເຢຊູ ໂຜດໃຫ້ພົ້ນ

ການຊົງໂຜດໃຫ້ທ່ານພົ້ນນັ້ນ
ຊົງປະທານ ໃຫ້ສຳເລັດແລ້ວ
ເຮົາຈຶ່ງໄດ້ ຊະນະມານຮ້າຍ
ພຣະອົງຊົງ ໂຜດໃຫ້ພົ້ນ.