s-ສິ່ງດຽວ One thing

ເພງສັ້ນ
ສິ່ງດຽວ
One thing

1. ຂ້າຂໍສິ່ງໜຶ່ງ
ຈາກພຣະເຈົ້າ
ໃຫ້ຂ້າໄດ້ພັກ
ອາໄສໃນພຣະນິເວດ

ຕະຫຼອດວັນແລະຄືນ
ແຫ່ງຊີວິດຂອງຂ້າ
ເຝົ້າເບິ່ງຄວາມງາມ
ແຫ່ງພຣະສິຣິພຣະອົງ

2. ຂໍກອດຂ້າໄວ້
ໃນຄວາມຮັກ
ໂຜດຕັ້ງຊີວິດ
ຂ້າສູງເທິງສີລາ

ຄວາມສັດຊື່ພຣະອົງ
ເປັນຄວາມຫວັງຂອງຂ້າ
ຂ້າລີ້ໄພໃນ
ທີ່ປະທັບພຣະອົງ

R. ໃຫ້ຂ້າອີ່ມໃນຄວາມສົມບູນ
ແຫ່ງພຣະນິເວດພຣະອົງ
ໃຫ້ຂ້າຢູ່ໜ້າພຣະພັກ
ໃນຮັກທີ່ໝັ້ນຄົງ

ຂໍໂຜດຟັງສຽງຮ້ອງທູນ
ເມື່ອຂ້າຊອກສະແຫວງຫາ

ຂ້າເຝົ້າລໍຄອຍ
ພຣະອົງພຣະເຈົ້າ
ສິ່ງນີ້ທີ່ຂ້າຕ້ອງການ
ພຽງສິ່ງດຽວ

B. ແລະນີ້ຄືສິ່ງດຽວ
ທີ່ຂ້າຕ້ອງການ
ແລະນີ້ຄືສິ່ງດຽວ
ທີ່ຂ້າຕ້ອງການ

ພຣະອົງຄືຜູ້ດຽວ
ທີ່ຂ້າຊອກຫາ
ແລະເຝົ້າຄອຍ

ແລະນີ້ຄືສິ່ງດຽວ
ທີ່ຂ້າຕ້ອງການ
ແລະນີ້ຄືສິ່ງດຽວ
ທີ່ຂ້າຕ້ອງການ

ພຣະອົງຄືຜູ້ດຽວ
ທີ່ຂ້າຊອກຫາ
ແລະເຝົ້າຄອຍ

R. ໃຫ້ຂ້າອີ່ມໃນຄວາມສົມບູນ
ແຫ່ງພຣະນິເວດພຣະອົງ
ໃຫ້ຂ້າຢູ່ໜ້າພຣະພັກ
ໃນຮັກທີ່ໝັ້ນຄົງ

ຂໍໂຜດຟັງສຽງຮ້ອງທູນ
ເມື່ອຂ້າຊອກສະແຫວງຫາ

ຂ້າເຝົ້າລໍຄອຍ
ພຣະອົງພຣະເຈົ້າ
ສິ່ງນີ້ທີ່ຂ້າຕ້ອງການ
ພຽງສິ່ງດຽວ.