ດ້ວຍກັນ Together
1.ເດີນຄົນດຽວສຸກສະບາຍ
ບໍ່ມີໃຜກວນໃຈໃຫ້ເມື່ອຍລ້າ
ຄິດຈະເຮັດອັນໃດບໍ່ຊັກຊ້າ
ບໍ່ມີໃຜສັ່ງ ບໍ່ມີໃຜຊີ້ນຳ
2. ນານໆໄປມັນກໍ່ເຫງົາ
ຫັນເບິ່ງໄປບໍ່ມີໃຜແບ່ງເບົາ
ເມື່ອຍາມເສົ້າບໍ່ມີໃຜປອບໃຈ
ບໍ່ມີຄົນໃຫ້ມຸມມອງເພີ່ມເຕີມ
# ເດີນຄົນດຽວ
ອາດຈະໄປໄດ້ໄວກວ່າ
ແຕ່ເດີນດ້ວຍກັນໄປໄດ້ໄກ
ຈັບມືໄວ້ກ້າວໄປດ້ວຍກັນ
ມັນຄົງຈະດີກວ່າເດີມ
ທີ່ຂາດຫາຍຄອຍ
ຊ່ວຍເພີ່ມເຕີມ
ໃຫ້ເຕັມດ້ວຍ
ຄວາມຮັກຂອງພຣະອົງ