kh-ຂອບພຣະຄຸນພຣະເຈົ້າ ເພາະພຣະຊົງປະທານສີ່ງທີ່ດີ

ເພງສັ້ນ
ຂອບພຣະຄຸນພຣະເຈົ້າ

1.ຂອບພຣະຄຸນພຣະເຈົ້າ
ເພາະພຣະຊົງປະທານ
ສີ່ງທີ່ດີໃນຊີວິດເຮົາ

ພຣະອົງເອົາພຣະໄທ
ໃສ່ທຸກບາດກ້າວເດີນ
ແລະຊົງຢືນຢູ່ຄຽງຂ້າງເຮົາ

R. ຮາ ເລ ລູ ຢາ
ສັນລະເສີນພຣະເຈົ້າ
ຮາ ເລ ລູ.. ຢາ

ພຣະຊົງໃຫ້ສີ່ງດີ
ແກ່ ທຸກ ໆຄົນ
ຕາມນ້ຳພຣະໄທ
ຂອງພຣະອົງ

2.ຂອບພຣະຄຸນພຣະເຈົ້າ
ເພາພຣະຊົງລ້ຽງດູ
ແລະຊົງເປັນຄວາມ
ສັນຕິສຸກໃນໃຈ

ເມື່ອເຮົາຫລຽວເບີ່ງທຳມະຊາດ
ອ້ອມຮອບຂ້າງເຮົາ ກໍໄດ້ເຫັນ
ຄວາມຮັກຂອງພຣະອົງ

R. ຮາ ເລ ລູ ຢາ
ສັນລະເສີນພຣະເຈົ້າ
ຮາ ເລ ລູ.. ຢາ

ພຣະຊົງໃຫ້ສີ່ງດີ
ແກ່ ທຸກ ໆຄົນ
ຕາມນ້ຳພຣະໄທ
ຂອງພຣະອົງ

3.ຂອບພຣະຄຸນພຣະເຈົ້າ
ເພາະພຣະໄດ້ປະທານ
ພຣະບຸດຕາຄືອົງ
ພຣະເຢຊູຄຣິດ

ຜູ້ໄດ້ວາຍພຣະຊົນເພື່ອເຮົາ
ລອດພົ້ນຄວາມຕາຍ
ແລະໄດ້ມີຊີວິດນິລັນດອນ

R. ຮາ ເລ ລູ ຢາ
ສັນລະເສີນພຣະເຈົ້າ
ຮາ ເລ ລູ.. ຢາ

ພຣະຊົງໃຫ້ສີ່ງດີ
ແກ່ ທຸກ ໆຄົນ
ຕາມນ້ຳພຣະໄທ
ຂອງພຣະອົງ