kh-ຂອບໃຈແມ່

ເພງສັ້ນ
ຂອບໃຈແມ່

1. ລູກຂໍຂອບໃຈ
ທີ່ແມ່ໄດ້ລ້ຽງລູກມາ
ດ້ວຍຄວາມເມື່ອຍລ້າ
ກໍ່ເພື່ອໃຫ້ລູກສະບາຍ

ເມື່ອຍາມລູກມີບັນຫາ
ເຈັບປ່ວຍໄຂ້
ມີແມ່ນັ້ນຄຽງຂ້າງກາຍ

ລູກບໍ່ສະບາຍ
ແມ່ນັ້ນຊ່ວຍຮັກສາ

2. ຄວາມຮັກແມ່ນີ້
ບໍ່ມີສິ່ງໃດປຽບປານ
ເປັນຄວາມຮັກທີ່ງົດງາມ
ແລະ ບໍ່ມີວັນປ່ຽນແປງ

ໄດ້ມີແມ່ນັ້ນຄອຍເປັນແສງສ່ອງ
ເຍືອງທາງໃຫ້ລູກກ້າວເດີນໄປ
ລູກຂໍຂອບໃຈທີ່ແມ່
ນັ້ນຮັກແລະຫ່ວງໃຍ

## ຂໍພຣະເຈົ້າໂຜດອວຍພອນ
ໃຫ້ແມ່ທຸກໆຄົນ
ໃຫ້ເຕັມລົ້ນດ້ວຍຄວາມ
ຊົມຊື່ນຍິນດີ

ຂໍໃຫ້ແມ່ນັ້ນມີສຸຂະພາບທີ່ດີ
ມີພາລະນາໄມທີ່ສົມບູນ
ລູກຂໍເທີດທູນຄວາມຮັກ
ທີ່ລ້ຽງລູກມາ