ພຣະຄຸນ

ເພງພິເສດ
ພຣະຄຸນ

1. ທຸກສິ່ງທຸກຢ່າງທີ່
ລູກເຄີຍມີມາກ່ອນນັ້ນ
ທຸກໆເວລາທີ່
ລູກໄດ້ຜ່ານພົບມານັ້ນ

ທຸກໆເວລາທີ່
ລູກເຄີຍເດີນຜ່ານມານັ້ນ
ບໍ່ແມ່ນດ້ວຍຕົວເອງ
ແຕ່ຍ້ອນພຣະຄຸນພຣະອົງ

2. ຕາເວັນຂຶ້ນຍາມເຊົ້າ
ແລະ ອັດສະດົງຍາມແລງ
ກິ່ນລະດູບານໃໝ່
ແລະ ຜົນຍາມໃບໄມ້ຫຼົ່ນ

ລະດູການຜັນປ່ຽນ
ໝຸນວຽນໄປດັ່ງສາຍລົມ
ບໍ່ແມ່ນດ້ວຍຕົວເອງ
ແຕ່ຍ້ອນພຣະຄຸນພຣະອົງ

R. ທຸກສິ່ງລ້ວນເປັນ
ພຣະ....ຄຸນ ພຣະ...ຄຸນ
ພຣະ...ຄຸນ ບໍ່ມີທີ່ສິ້ນສຸດ

ທີ່ຜ່ານມາ
ຊີວິດຂອງລູກນັ້ນ
ບໍ່ເຄີຍມີຄວາມແນ່ນອນ

ທຸກສິ່ງຢ່າງເປັນພຣະຄຸນ
ພຣະຄຸນພຣະເຈົ້າ.

3. ທີ່ລູກເກີດມາອາໄສ
ຢູ່ໃນແຜ່ນດິນນີ້
ຕັ້ງແຕ່ຍັງໜຸ່ມນ້ອຍ
ມາຈົນເຖິງປັດຈຸບັນ

ຊີວິດທີ່ມີລົມຫາຍໃຈ
ແລະ ຄວາມຝັນນັ້ນ
ບໍ່ແມ່ນດ້ວຍຕົວເອງ
ແຕ່ຍ້ອນພຣະຄຸນພຣະອົງ

4. ຂ້າຈະດຳເນີນຊີວິດເປັນ
ລູກຂອງພຣະອົງ
ຊີວິດທີ່ນະມັດສະການ
ສັນເສີນພຣະເຈົ້າ

ພຣະພອນທີ່ສາມາດ
ປະກາດຂ່າວປະເສີດນັ້ນ
ບໍ່ແມ່ນດ້ວຍຕົວເອງ
ແຕ່ຍ້ອນພຣະຄຸນພຣະອົງ

R. ທຸກສິ່ງລ້ວນເປັນ
ພຣະ....ຄຸນ ພຣະ...ຄຸນ
ພຣະ...ຄຸນ ບໍ່ມີທີ່ສິ້ນສຸດ

ທີ່ຜ່ານມາ
ຊີວິດຂອງລູກນັ້ນ
ບໍ່ເຄີຍມີຄວາມແນ່ນອນ

ທຸກສິ່ງຢ່າງເປັນພຣະຄຸນ
ພຣະຄຸນພຣະເຈົ້າ

R. ທຸກສິ່ງລ້ວນເປັນ
ພຣະ....ຄຸນ ພຣະ...ຄຸນ
ພຣະ...ຄຸນ ບໍ່ມີທີ່ສິ້ນສຸດ

ທີ່ຜ່ານມາ
ຊີວິດຂອງລູກນັ້ນ
ບໍ່ເຄີຍມີຄວາມແນ່ນອນ

ທຸກສິ່ງຢ່າງເປັນພຣະຄຸນ
ພຣະຄຸນພຣະເຈົ້າ

ພຣະຄຸນ...ພຣະຄຸນພຣະເຈົ້າ
ພຣະຄຸນ...ພຣະຄຸນພຣະເຈົ້າ.