ພຣະເຈົ້າພາຜ່ານທະເລແດງ (ສະຕຼີ)
ເພງພິເສດ
ພຣະເຈົ້າພາຜ່ານທະເລແດງ
(ອພຍ ບົດທີ 14)
1. ພຣະເຈົ້ານໍາທາງ
ໃຫ້ກາງເວັນມີເມກບັງ
ດ້ວຍຄວາມສົມຫວັງ
ເສົາໄຟໃຫ້ແສງສະຫວ່າງ
ປົກປ້ອງດູແລ
ຄຸ້ມໄພໄດ້ເດີນຄຽງຂ້າງ
ວຽນວົນຫົນທາງ
ໃນຖິ່ນແຫ້ງແລ້ງກັນດານ
2. ຟາໂຣໄລ່ຕາມ
ກໍ່ມີຄວາມກົວຍິ່ງໜັກ
ຈຶ່ງຮ້ອງທູນພັກ
ພຣະເຈົ້າໃຫ້ເຂົາພົ້ນຜ່ານ
ກຸ່ມຊາວປະຊາ
ບອກວ່າຂໍຕາຍທີ່ບ້ານ
ເປັນຫຍັງນໍທ່ານ
ຈື່ງພາພວກເຮົາອອກມາ
3. ໂມເຊເຕືອນໃຈ
ໝັ້ນຄົງໄວ້ໃຈເຖີດໜາ
ຢ່າຢ້ານສາຍນ້ຳ
ວັນນີ້ພຣະອົງຊົງໄຖ່
ຈະຮົບແທນເຮົາ
ຊົງເຝົ້າລະວັງທາງໃຫ້
ຈົ່ງໄວ້ວາງໃຈ
ໃຫ້ເດີນຕໍ່ໄປເຊື່ອຟັງ
4. (ຂໍ້) ຊົງບັນຊາ
ໂມເຊຍືນມືອອກໄປ
ເໜືອນຳ້ທະເລກວ້າງໃຫຍ່
ໄດ້ເດີນດິນແຫ້ງຫວ່າງກາງ
ນ້ຳທະເລແດງ
ຕັ້ງເປັນກຳແພງສອງຂ້າງ
ຄຸ້ມຄອງບໍ່ເຄີຍເຫີນຫ່າງ
ໃຫ້ປະຊາຊົນຂ້າມໄປ
5. ກອງທັບຟາໂຣ
ໄລ່ຕາມມີຄວາມສັບສົນ
ເກີດໂອລະຫົນ
ນ້ຳໄຫລຖ້ວມລົ້ນແພ້ຜ່າຍ
ກອງພົນທະຫານ
ຕິດຕາມຂ້າມໄປບໍ່ໄດ້
ເຂົາຈົມນໍ້າຕາຍ
ພຣະເຈົ້າຍິ່ງໃຫຍ່ທຳການ.
SOLO
4. (ຂໍ້) ຊົງບັນຊາ
ໂມເຊຍືນມືອອກໄປ
ເໜືອນຳ້ທະເລກວ້າງໃຫຍ່
ໄດ້ເດີນດິນແຫ້ງຫວ່າງກາງ
ນ້ຳທະເລແດງ
ຕັ້ງເປັນກຳແພງສອງຂ້າງ
ຄຸ້ມຄອງບໍ່ເຄີຍເຫີນຫ່າງ
ໃຫ້ປະຊາຊົນຂ້າມໄປ
5. ກອງທັບຟາໂຣ
ໄລ່ຕາມມີຄວາມສັບສົນ
ເກີດໂອລະຫົນ
ນ້ຳໄຫລຖ້ວມລົ້ນແພ້ຜ່າຍ
ກອງພົນທະຫານ
ຕິດຕາມຂ້າມໄປບໍ່ໄດ້
ເຂົາຈົມນໍ້າຕາຍ
ພຣະເຈົ້າຍິ່ງໃຫຍ່ທຳການ.