h-ຮັກຮ່ວມຮັບໃຊ້

ເພງສັ້ນ
ຮັກຮ່ວມຮັບໃຊ້

1. ສອງມືທຳງານຂອງພຣະອົງ
ໝັ້ນຄົງໃນໃຈຄືຄວາມເຊື່ອ
ເອົາຊະນະໃຈຕົນແບກເອົາກາງແຂນ
ເຮົາເດີນຕາມອົງພຣະຄຣິດ

2. ພຣະອົງປະທານພອນແກ່ເຮົາ
ໃຫ້ເອົາຄວາມພຽນເປັນທີ່ຕັ້ງ
ເຂົ້າສູ່ພຣະທີ່ນັ່ງແຫ່ງພຣະຄຸນນັ້ນ
ພຣະທ່ຽງທຳຈະຊ່ວຍນຳ

R. ຮັກຮ່ວມຮັບໃຊ້
ໄຝ່ໃນທາງອັນຊອບທຳ
ບາກບັ່ນສູ່ເສັ້ນໄຊ
ສູ່ຄວາມສົມບູນໃນພຣະຄຣິດ

ຮັກຮ່ວມຮັບໃຊ້
ຮ່ວມມືຮ່ວມໃຈທຳງານ
ແລະມອບທັງກາຍໃຈໃຫ້
ແດ່ພຣະອົງ

3. ເມື່ອໃດທຳງານແລ້ວອິດເມື່ອຍ
ໃຫ້ເຮົາເຂົ້າຫາພຣະອົງເຈົ້າ
ພຣະປະທານກຳລັງຄວາມສຸກມາກລົ້ນ
ພຣະທ່ຽງທຳຊົງເມດຕາ

R. ຮັກຮ່ວມຮັບໃຊ້
ໄຝ່ໃນທາງອັນຊອບທຳ
ບາກບັ່ນສູ່ເສັ້ນໄຊ
ສູ່ຄວາມສົມບູນໃນພຣະຄຣິດ

ຮັກຮ່ວມຮັບໃຊ້
ຮ່ວມມືຮ່ວມໃຈທຳງານ
ແລະມອບທັງກາຍໃຈໃຫ້
ແດ່ພຣະອົງ.