ຄຣິສມາດ

ເພງພິເສດ
ຄຣິສມາດ

1. ຄຣິສມາດ
ເປັນວັນທີ່ສວຍໂສພາ
ເຮົາພາກັນມາ
ສະຫຼອງຮ້ອງເພງຍິນດີ

ເພາະໃນວັນນີ້
ເຢຊູອົງເປັນພຣະເຈົ້າ
ໄດ້ລົງມາ
ປະສູດທີ່ເບັດເລເຮັມ

2. ຄັ້ງໜຶ່ງຝູງເທບ
ຜູ້ຊົງໂສພາ
ພາກັນລົງມາ
ສະຫຼອງຮ້ອງສົ່ງບັນເລງ

ປະສານສຳນຽງ
ສຽງເພງຍົກຍໍຮ້ອງວ່າ
ໃຫ້ໂລກແລະຟ້າ
ຈົ່ງມີແຕ່ຄວາມສຸກເອີຍ

R. ເຊີນເຂົ້າມາ
ນ້ອມກາບກຸມມານ
ຜູ້ສົ່ງສານເກີດໃນວັນນີ້
ຊື່ນລືດີ ດ້ວຍກຽດສັກສີ
ຈຶ່ງຂໍມີ ແຕ່ຄວາມຊື່ນໃຈ

3. ເຊີນເຖີດພີ່ນ້ອງ
ຢ່າມົວຫລົງໄຫລ
ຕື່ນເຖີດຕຽມໃຈ
ຕ້ອນຮັບພຣະຄຣິດເຢຊູ

ພຣະຄຣິດລົງມາ
ເພື່ອຊ່ວຍຄົນທຸກໆຊາດ
ລັດສະໝີ ຈົ່ງມີແດ່
ທ່ານເຖີດເອີຍ.