ຄືນນັ້ນໜ້າໜາວ
1. ຄືນນັ້ນໜ້າໜາວ
ງຽບເຫງົາວັງເວງ
ດວງດາລາເປັນ
ແສງປະກາຍ
ງາມງົດມົດຈົດ
ແສງສີແວວວາວ
ຝູງແກະທັງຫຼາຍ
ພັກຜ່ອນນອນ
ສຽງທູດສະຫວັນ
ຫວານແວວແພ່ວເບົາ
ທຸກຄົນຕັ້ງໃຈ
ຟັງຂ່າວດີ
ເຫຼົ່າທູດສະຫວັນ
ຮ້ອງເພງເປມປີ
ດ້ວຍໃຈຍິນດີສົດໃສ
2. ແສງອັດສະຈັນ
ເໝືອນດັ່ງກາງວັນ
ສ່ອງແສງສະຫວ່າງ
ງາມວິໄລ
ໂອ ຣັດສະໝີ
ດາຣາຕຶງໃຈ
ສ່ອງໄປທົ່ວທັງຊາວໂລກາ
ເຫຼົ່າທູດສະຫວັນ
ສົ່ງຂ່າວສະທ້ອນ
ຜ່ານອຳພອນສຽງ
ກ້ອງເຖິງເຮົາ
ວ່າອົງກະສັດ
ບັງເກີດເພື່ອເຮົາ
ໄຖ່ໂທດບາບເຮົາສະຫຼາຍ
3. ສຽງທູດສະຫວັນ
ຮ້ອງສາທຸການ
ລັງສີໂອລານ
ແວ່ວປະກາຍ
ຈົ່ງມີແດ່ອົງພຣະເຈົ້າສູງສຸດ
ສຸກສັນຕິຫລາຍທົ່ວໂລກາ
ເຮົາຮ້ອງເພງຕອບ
ຊອບຊື່ນວິນຍານ
ດ້ວຍເປມປີດາ
ດວງໃຈເຮົາ
ຄວາມທຸກລະທົມ
ກໍຄ່ອຍບັນເທົາ
ເພງຂອງເຮົາກ້ອງວິມານ.