ເບິ່ງທີ່ພຣະອົງ

ເພງພິເສດ
ເບິ່ງທີ່ພຣະອົງ

1.ເມື່ອເສັ້ນທາງທີ່ເດີນໄປຂ້າງໜ້າ
ມີພູເຂົາກີດຂວາງໃຫ້ຂ້າມໄປ
ປາຍຖະໜົນຍັງຢູ່ອີກແສນໄກ
ເບິ່ງດ້ວຍຕາອາດມີເທົ່ານີ້

2.ແຕ່ໄດ້ຍິນສຽງພຣະອົງຊົງເອີ້ນຫາ
ໃຫ້ຂ້າກັບມາເລີ່ມຕົ້ນໃໝ່
ເຝົ້າເບິ່ງທີ່ພຣະອົງໝົດຫົວໃຈ
ໃຫ້ສາຍຕາຂ້າຢູ່ທີ່ພຣະອົງ

R.ຊົງເອີ້ນຂ້າໃຫ້ເບິ່ງທີ່ພຣະອົງ
ຊົງເອີ້ນຂ້າໃຫ້ເບິ່ງທີ່ພຣະອົງ
ເຖິງເສັ້ນທາງມືດມິດພຽງໃດ
ໃຫ້ໄວ້ວາງໃຈໃນພຣະອົງ

ຊົງເອີ້ນຂ້າໃຫ້ເບິ່ງທີ່ພຣະອົງ
ຊົງເອີ້ນຂ້າໃຫ້ເບິ່ງທີ່ພຣະອົງ
ສັນຕິສຸກຄອບຄອງໃນໃຈ
ເມື່ອຂ້າເບິ່ງໄປທີ່ພຣະອົງ

3.ມີເຫດຜົນອີກຫຼາຍໃຫ້ເລີກລາ
ມີບັນຫາເຂົ້າມາໃຫ້ທໍ້ໃຈ
ແຕ່ຄວາມຮັກພຣະອົງນຳໜ້າໄປ
ເມື່ອສາຍຕາຂ້າຢູ່ທີ່ພຣະອົງ

R.ຊົງເອີ້ນຂ້າໃຫ້ເບິ່ງທີ່ພຣະອົງ
ຊົງເອີ້ນຂ້າໃຫ້ເບິ່ງທີ່ພຣະອົງ
ເຖິງເສັ້ນທາງມືດມິດພຽງໃດ
ໃຫ້ໄວ້ວາງໃຈໃນພຣະອົງ

ຊົງເອີ້ນຂ້າໃຫ້ເບິ່ງທີ່ພຣະອົງ
ຊົງເອີ້ນຂ້າໃຫ້ເບິ່ງທີ່ພຣະອົງ
ສັນຕິສຸກຄອບຄອງໃນໃຈ
ເມື່ອຂ້າເບິ່ງໄປທີ່ພຣະອົງ