126 ພວກພີ່ນ້ອງເອີຍ

ເພງພິເສດ
126.ພວກພີ່ນ້ອງເອີຍ

1.ພວກພີ່ນ້ອງເອີຍຈົ່ງສັນລະເສີນ
ຈົ່ງຮ້ອງເພງຊ້ຳຍ້ອງຍໍຈຳເລີນ
ເພື່ອໃຫ້ພວກເທວະດາມ່ວນຊື່ນ
ເພື່ອໃຫ້ມະນຸດທັງຫຼາຍໄດ້ຕື່ນ

R.ຄົນໃຈກ້າຫານເອີຍຢ່າໄດ້ສັ່ນ
ຄອງຫາຣັດສະໝີຂອງພຣະຄຣິດ
ວັນສຸດນັ້ນພວກສິດຂອງພຣະອົງ
ຈົ່ງສັນລະເສີນຍົດສັກພຣະຄຣິດ

2.ພຣະອົງຊົງທົນທຸກເວດທະນາ
ຊົງສິ້ນພຣະຊົນຮັບຕາຍຕາງຂ້າ
ຊົງພາໃຫ້ພົ້ນຊ້ຳໂຜດພຣະພອນ
ພຣະອົງຜູ້ໄຖ່ຂໍຂາບໄຫວ້ວອນ

R.ຄົນໃຈກ້າຫານເອີຍຢ່າໄດ້ສັ່ນ
ຄອງຫາຣັດສະໝີຂອງພຣະຄຣິດ
ວັນສຸດນັ້ນພວກສິດຂອງພຣະອົງ
ຈົ່ງສັນລະເສີນຍົດສັກພຣະຄຣິດ

3.ໄມ້ກາງແຂນແພ້ສັດຕູຂອງຂ້າ
ຊະນະວັນນີ້ຊະນະພາຍໜ້າ
ໃນການຕໍ່ສູ້ຈົ່ງເພິ່ງພາອາໄສ
ພຣະຜູ້ເປັນນາຍທັບຜູ້ມີໄຊ

R.ຄົນໃຈກ້າຫານເອີຍຢ່າໄດ້ສັ່ນ
ຄອງຫາຣັດສະໝີຂອງພຣະຄຣິດ
ວັນສຸດນັ້ນພວກສິດຂອງພຣະອົງ
ຈົ່ງສັນລະເສີນຍົດສັກພຣະຄຣິດ

4.ລູກສິດຂອງພຣະອົງຈົ່ງເຮັດການ
ພຽນຕາມພຣະບາດຢ່າໄດ້ຊ້ານານ
ຈົນກວ່າພຣະອົງຊົງເອີ້ນຂຶ້ນໄປ
ຮັບມົງກຸດຕາມພຣະອົງໂຜດໃຫ້

R.ຄົນໃຈກ້າຫານເອີຍຢ່າໄດ້ສັ່ນ
ຄອງຫາຣັດສະໝີຂອງພຣະຄຣິດ
ວັນສຸດນັ້ນພວກສິດຂອງພຣະອົງ
ຈົ່ງສັນລະເສີນຍົດສັກພຣະຄຣິດ