ຊ່ວຍກັນທຳເຮົາຈະສຳເລັດຜົນ
ຊ່ວຍກັນທຳ
ເຮົາຈະສຳເລັດຜົນ
ພີ່ນ້ອງທຸກຄົນ
ມາຮ່ວມແຮງຮ່ວມໃຈ
ພາລະກິດພຣະເຈົ້າ
ມີຫຼວງຫຼາຍ (x2)
ມາຮ່ວມແຮງຮ່ວມໃຈ
ປະກາດພຣະນາມພຣະອົງ
ຊ່ວຍກັນທຳ
ເຮົາຈະສຳເລັດຜົນ
ຈະມີຫຼືຈົນ
ຫຼື ຕ່າງຊາດພາສາ
ບໍ່ແບ່ງແຍກ
ຊົນຊັ້ນວັນນະ (x2)
ໃຫ້ພຣະເຈົ້ານຳພາ
ຈະເກີດດອກອອກຜົນ
R. ວຽກງານຮັບໃຊ້ພຣະເຈົ້າ
ຈະໜັກຫຼືເບົາ
ຊ່ວຍກັນເຮັດກັນທຳ
ຈະເປັນເຖົ້າແກ່
ຫຼືວ່າຜູ້ນຳ (x2)
ລຳບາກກາກກຳ
ໃຫ້ຊ່ວຍກັນອົດທົນ
ຊ່ວຍກັນທຳ
ເຮົາຈະສຳເລັດຜົນ
ເໝືອນຊາຍສີ່ຄົນ
ຢູ່ໃນພຣະທຳມາລະໂກ
ຫາມຄົນເປ້ຍ
ມາຫາພຣະເຢຊູ (x2)
ພຣະອົງເປັນຜູ້
ຍົກຄວາມຜິດບາບ
ໃຫ້ອະໄພ
ຊ່ວຍກັນທຳ
ເຮົາຈະສຳເລັດຜົນ
ເປັນຫົນທາງເດີນ
ເຂົ້າປະຕູຫຼັກໄຊ
ດ້ວຍຈິດວິນຍານ
ທ່ານຈະໄດ້ມີໄຊ (x2)
ຮັບຊີວິດໃໝ່
ໃນພຣະເຈົ້າເຢຊູ