ສຽງແກທັງເຈັດ (ສະຕຼີ)
ເພງພິເສດ
ສຽງແກທັງເຈັດ
01.ເມື່ອໃດສຽງແກ
ຫາກດັງຂື້ນຢູ່ເບື້ອງບົນ
ຈຳຈາກແລ້ວມະນຸດເມືອງຄົນ
ອີກບໍ່ດົນສຽງແກຈະດັງ
ພຣະເຈົ້າບັນຊາ
ຝູງເທວາພ້ອມກັບພະລັງ
ວັນສຸດທ້າຍປຽບໄມ້ໃກ້ຝັ່ງ
ຢາກຈະຟັງມີຫູຟັງເອົາ
02.ພຣະອົງສັນຍາ
ຈະມາຕ້ອນເອົາໄພ່ພົນ
ວັນນັ້ນໜໍຈະມີຫຼາຍຄົນ
ເສົ້າອັບຈົນຖືກປະລະໄລ
ຜົວຈະຜາກເມຍ
ຈາກໄປເສຍແສນຫ່າງກັນໄກ
ສ່ວນມານດາບິດາຮ້ອງໄຫ້
ຈົ່ມເສຍໃຈບໍ່ເຫັນລູກຕົນ
R ເຖິງວັນພຣະຄຣິດ
ມາຮັບໄພ່ພົນ
ຖືກຮັບໄປສະຫວັນເບື້ອງບົນ
ເກີດສັບສົນໃນຜືນແຜ່ນດິນ
ໄດ້ຟັງຂ່າວຄາວຜູ້ນຳຂ່າວ
ປະກາດໃຫ້ຍິນ
ຄຣິສຕຽນຮັບຈາກແຜ່ນດິນ
ຂື້ນໄປແລ້ວບໍ່ເຫັນຈັກຄົນ
03.ເມືື່ອໃດຫວນມາ
ໂຜດພາໄພ່ພົນໃຫ້ພົ້ນ
ຂໍຊົງໂຜດມະນຸດທຸກຄົນ
ຜູ້ກັບຕົນມາຫາພຣະອົງ
ຂໍຊົງເມດຕາ
ໂຜດໄດ້ພາຜູ້ເຊື່ອໃຫ້ພົ້ນ
ໂປດຈົ່ງໄດ້ນຳພາຍູ້ສົ່ງ
ຢ່າໄດ້ຊົງປະຖີ້ມເຖີດເອີຍ...