ພຣະເຢຊູຊົງເປັນຜູ້ລ້ຽທີ່ດີ (ສະຕຼີ)
ເພງພິເສດ
ພຣະເຢຊູຊົງເປັນຜູ້ລ້ຽທີ່ດີ
1. ເຮົາເປັນລູກແກະ
ພຣະເຈົ້າດູແລຢ່າງດີ
ຮັກສາເຮົາໄວ້ເຕັມທີ
ຕັ້ງຫລາຍພັນປີ ຮັກສາເອົາໄວ້
ບໍ່ໃຫ້ມານລວງຫລອກ
ຫລອກໃຫ້ຊໍ້າດວງໃຈ
ພຣະເຢຊູຮັກສາໄວ້
ໃຫ້ສຸກຫລືໄທຢູ່ສະເໝີ
2. ພຣະເຢຊູຄຣິດເຈົ້າ
ຍັງເຝົ້າດູແລ ເຮົາເດີ
ຢ່າໄດ້ຫລົງໄດ້ເຜີ
ຢ່າຫລົງລະເມີ ເຜີໄປ
ພຣະຄຣິດຊົງຮັກ
ຮັກຫລາຍຈົນໝົດດວງໃຈ
ພຣະອົງໄດ້ມາໄຖ່
ໃຫ້ເຮົາໄປ ສະຫວັນແນ່ນອນ
ຂໍ້ຊາ: ພຣະເຢຊູມີ
ຄວາມດີເລີດລໍ້າ
ຮັກສາໂລກເວນກໍາ
ຂອງເຮົານັ້ນແຕ່ປາງກ່ອນ
ທົ່ວໂລກຈັກກະວານ
ພຣະເຈົ້ານັ້ນ ຊົງຄຸ້ມຄອງ
ທັງໂລກໄດ້ໂຮຮ້ອງ
ຍົກຍ້ອງສັນເສີນ
ພຣະນາມພຣະອົງ
3. ມີສຸກໃຈຫລາຍ
ເມື່ອໄດ້ຕ້ອນຮັບພຣະອົງເຈົ້າ
ບໍ່ມີວັນໂສກເສົ້າ
ພຣະເຈົ້າຂອງເຮົາທ່ຽງໝັ້ນ
ພຣະເຢຊູຍິ່ງໃຫຍ່
ບໍ່ມີຜູ້ໃດທຽບປຽບປານ
ເຮົາຈົ່ງໄດ້ຍຶດໝັ້ນ
ຢ່າໄດ້ເຫຫັນຫລົງທາງໄປ.