ພຣະທຳສະຫລັບ ໂກໂລຊາຍ 2:6-10

ພະທໍາສະຫຼັບ
ພຣະທຳສະຫລັບ
ໂກໂລຊາຍ 2:6-10

6.ໃນເມື່ອພວກເຈົ້າ
ຮັບເອົາພຣະຄຣິດເຈົ້າເຢຊູ
ເປັນອົງພຣະຜູ້ເປັນເຈົ້າໄວ້ແລ້ວ
ຈົ່ງດຳເນີນຊີວິດຢູ່ໃນພຣະອົງດ້ວຍ.

7.ຈົ່ງຢັ່ງຮາກແລະກໍ່ຮ່າງສ້າງຊີວິດ
ຂອງພວກເຈົ້າຂຶ້ນເທິງພຣະອົງ
ແລະຈົ່ງຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ
ຕາມທີ່ພວກເຈົ້າໄດ້ຮັບ

ຄຳສັ່ງສອນມາແລ້ວນັ້ນ
ຈົ່ງໃຫ້ຈິດໃຈເຕັມລົ້ນ
ດ້ວຍການຂອບພຣະຄຸນ.

8.ຈົ່ງລະວັງໃຫ້ດີ
ຢ່າໃຫ້ຜູ້ໃດນຳພວກເຈົ້າ
ຕົກໄປເປັນເຫຍື່ອ
ຂອງສະຕິປັນຍາ

ອັນຫລອກລວງແລະໄຮ້ສາລະ
ຊຶ່ງມາຈາກຄຳສັ່ງສອນຂອງມະນຸດ
ແລະມາຈາກສິ່ງສັກສິດແຫ່ງສາກົນ
ຈັກກະວານ
ແລະບໍ່ແມ່ນມາຈາກພຣະຄຣິດ.

9.ດ້ວຍວ່າ
ສະພາບຂອງພຣະອົງ
ກໍດຳລົງຢູ່ໃນພຣະກາຍ
ຢ່າງເຕັມບໍລິບູນ.

10.ແລະພວກເຈົ້າກໍໄດ້ມີຊີວິດ
ຢ່າງເຕັມບໍຣິບູນຢູ່ໃນພຣະອົງ
ຜູ້ຊົງເປັນໃຫຍ່ເໜືອການ
ປົກຄອງແລະອຳນາດທຸກຢ່າງ.