ພຣະເຢຊູຄຣິດບັງເກີດ
ເພງພິເສດ
ພຣະເຢຊູຄຣິດບັງເກີດ
1. ເນື່ອງໃນວັນນີ້
ວັນທີ່ພຣະຄຣິດບັງເກີດ
ກຳເນີດລົງມາ
ກາຍຍາເໝືອນມະນຸດເຮົາ
ບໍ່ໄດ້ມົວເມົາ
ຮັກເຮົາຈຶ່ງລົງມາເກີດ
ຈິດໃຈທ່ານແສນປະເສີດ
ມາເກີດຊ່ວຍຄົນ
ພົ້ນຄວາມໝົ່ນໝອງ
2. ພວກເຮົາທັງຜອງ
ມາຮ່ວມສະຫຼອງດ້ວຍກັນ
ຮ່ວມຄວາມສຸກສັນ
ໃນວັນພຣະຄຣິດເກີດມາ
ຊ່າງສຸກໃຈໜັກໜາ
ພຣະເມດຕາມາເຖິງເຮົາ
ຊ່ວຍຄົນໃຫ້ພົ້ນຄວາມເສົ້າ
ມາໄຖ່ພວກເຮົາ
ໃຫ້ພົ້ນຄວາມຕາຍ
3. ໃຫ້ເຮົາທັງຫຼາຍ
ມາຮ່ວມຖວາຍພຣະພອນ
ທີ່ພຣະບຸດຕາ
ຈາກສະຫວັນ ອັນໂສພາ
ເຂົ້າສູ່ໂລກາ
ຕາມສັນຍາ
ຈະເຂົ້າມາໂຜດ
ໃຫ້ຄົນໄດ້ການຍົກໂທດ
ມາໂຜດຊ່ວຍຄົນ
ທີ່ຍອມກັບໃຈ
4. ຂ້າມອບດວງໃຈ
ຖວາຍອົງຈອມຣາຊາ
ໃຫ້ດວງຊີວັນ
ຜູກພັນເທີດທູນບູຊາ
ມອບຄວາມສັດທາ
ຂອງຂ້າແດ່ ພຣະອົງ
ມອບຄວາມພັກດີໝັ້ນຄົງ
ຈະຊື່ຕົງຕາບເທົ່າຊີວາ
Solo….
1. ເນື່ອງໃນວັນນີ້
ວັນທີ່ພຣະຄຣິດບັງເກີດ
ກຳເນີດລົງມາ
ກາຍຍາເໝືອນມະນຸດເຮົາ
ບໍ່ໄດ້ມົວເມົາ
ຮັກເຮົາຈຶ່ງລົງມາເກີດ
ຈິດໃຈທ່ານແສນປະເສີດ
ມາເກີດຊ່ວຍຄົນ
ພົ້ນຄວາມໝົ່ນໝອງ
2. ພວກເຮົາທັງຜອງ
ມາຮ່ວມສະຫຼອງດ້ວຍກັນ
ຮ່ວມຄວາມສຸກສັນ
ໃນວັນພຣະຄຣິດເກີດມາ
ຊ່າງສຸກໃຈໜັກໜາ
ພຣະເມດຕາມາເຖິງເຮົາ
ຊ່ວຍຄົນໃຫ້ພົ້ນຄວາມເສົ້າ
ມາໄຖ່ພວກເຮົາ
ໃຫ້ພົ້ນຄວາມຕາຍ
3. ໃຫ້ເຮົາທັງຫຼາຍ
ມາຮ່ວມຖວາຍພຣະພອນ
ທີ່ພຣະບຸດຕາ
ຈາກສະຫວັນ ອັນໂສພາ
ເຂົ້າສູ່ໂລກາ
ຕາມສັນຍາ
ຈະເຂົ້າມາໂຜດ
ໃຫ້ຄົນໄດ້ການຍົກໂທດ
ມາໂຜດຊ່ວຍຄົນ
ທີ່ຍອມກັບໃຈ
4. ຂ້າມອບດວງໃຈ
ຖວາຍອົງຈອມຣາຊາ
ໃຫ້ດວງຊີວັນ
ຜູກພັນເທີດທູນບູຊາ
ມອບຄວາມສັດທາ
ຂອງຂ້າແດ່ ພຣະອົງ
ມອບຄວາມພັກດີໝັ້ນຄົງ
ຈະຊື່ຕົງຕາບເທົ່າຊີວາ
ມອບຄວາມສັດທາ
ຂອງຂ້າແດ່ ພຣະອົງ
ມອບຄວາມພັກດີໝັ້ນຄົງ
ຈະຊື່ຕົງຕາບເທົ່າຊີວາ.