244 ການວິວາຫາທີ່ບ້ານການາ

Hymn
244 ການວິວາຫາທີ່ບ້ານການາ
The Wedding at Cana

1. ການວິວາຫາທີ່ບ້ານການາ
ເຮົາເຊີນພຣະເຢຊູສະເດັດມາ
ດຽວນີ້ຫມູ່ເຮົາກໍພ້ອມຈັດການ
ຍິນດີນຳກັນກັບຄົນແຕ່ງງານ

R.ພຣະເຢຊູຂໍຊົງໂຜດ
ຊ່ອຍສອງຄົນນີ້
ໃຫ້ຕັ້ງໃຈຫມັ້ນ

ທັງຊາຍທັງຍິງ
ໂຜດໃຫ້ຮັກກັນ
ຕາມທາງສຸກທຸກ
ຈະຍາວຈະສັ້ນ

ພຣະເຢຊູ ຂໍຊົງໂຜດ
ຊ່ອຍສອງຄົນນີ້
ໃຫ້ຮັກແພງກັນ.

2. ຫມູ່ເຮົາພີ່ນ້ອງໄດ້ພາກັນມາ
ຈະຂາບລົງໄຫວ້ຕໍ່ພຣະບິດາ
ຂໍຊົງອວຍພອນໃຫ້ເຂົາທັງສອງ
ແປງໃຈຫາກັນບໍ່ໃຫ້ເສົ້າຫມອງ

R.ພຣະເຢຊູຂໍຊົງໂຜດ
ຊ່ອຍສອງຄົນນີ້
ໃຫ້ຕັ້ງໃຈຫມັ້ນ

ທັງຊາຍທັງຍິງ
ໂຜດໃຫ້ຮັກກັນ
ຕາມທາງສຸກທຸກ
ຈະຍາວຈະສັ້ນ

ພຣະເຢຊູ ຂໍຊົງໂຜດ
ຊ່ອຍສອງຄົນນີ້
ໃຫ້ຮັກແພງກັນ.

3. ຄູ່ສ້າງເຄຫາໃຫ້ມີຄວາມຮັກ
ຄັນຄຽດຊັງກັນໃຫ້ເຂົາອົດຢູ່
ການລ້ຽງຊີວິດໃຫ້ອົາໃຈໃສ່

ຊົດຊ່ອຍແກ່ກັນ
ໃນການນ້ອຍໃຫຍ່

R.ພຣະເຢຊູຂໍຊົງໂຜດ
ຊ່ອຍສອງຄົນນີ້
ໃຫ້ຕັ້ງໃຈຫມັ້ນ

ທັງຊາຍທັງຍິງ
ໂຜດໃຫ້ຮັກກັນ
ຕາມທາງສຸກທຸກ
ຈະຍາວຈະສັ້ນ

ພຣະເຢຊູ ຂໍຊົງໂຜດ
ຊ່ອຍສອງຄົນນີ້
ໃຫ້ຮັກແພງກັນ.

4. ນ້ຳຫນຶ່ງໃຈດຽວ
ໃຫ້ມີເຫມືອນກັນ
ຂໍພຣະອົງຊົງພາໄປທຸກວັນ

ໃຫ້ຕາມພຣະອົງຕໍ່ໄປພາຍຫນ້າ
ຈົນລອດພົ້ນເຖິງ
ວຽງແກ້ວເມືອງຟ້າ

R.ພຣະເຢຊູຂໍຊົງໂຜດ
ຊ່ອຍສອງຄົນນີ້
ໃຫ້ຕັ້ງໃຈຫມັ້ນ

ທັງຊາຍທັງຍິງ
ໂຜດໃຫ້ຮັກກັນ
ຕາມທາງສຸກທຸກ
ຈະຍາວຈະສັ້ນ

ພຣະເຢຊູ ຂໍຊົງໂຜດ
ຊ່ອຍສອງຄົນນີ້
ໃຫ້ຮັກແພງກັນ.