ແສນຊື່ນໃຈ (ເພງພິເສດ ສະຕຼີ)
ເພງພິເສດ
ແສນຊື່ນໃຈ
1. ແສນຊື່ນໃຈ
ເມື່ອໄດ້ມາດິນແດນແຫ່ງນີ້
ງາມອີຫຼີ
ເມື່ອໄດ້ມາຮັບຮູ້ພຣະເຈົ້າ
ເຮົາບໍ່ຮູ້
ພຣະເຢຊູໃນເມື່ອຜ່ານມາ
ພຣະເປັນເຈົ້າ
ຊົງຮັກເຮົາພີ່ນ້ອງເຮົາເອີຍ
2. ສຸກສົດໃສ
ແດນວິໄລສະຫວັນຊັ້ນຟ້າ
ພາຍພາກໜ້າ
ຈະໄດ້ໄປຢູ່ກັບພຣະອົງ
ຜູ້ຊົງສ້າງ
ໂລກເຮົານັ້ນໃຫ້ສວຍງາມຕາ
ສ່ວນສະຫວັນ
ສະຖານນັ້ນຍິງງາມຫຼາຍເທົ່າ
3. ສຸກຫຼືໄທ
ເມື່ອໄດ້ມີຊີວິດອັນໃໝ່
ສຸກສົດໃສ
ໃນດວງຈິດຊີວິດຊື່ນບານ
ມານຕົວຮ້າຍ
ຈົ່ງຂັບໄລ່ໃຫ້ມັນຜ່າຍໜີ
ຊົ່ວຊີວີ
ເຮົາຈຶ່ງໄດ້ມີແຕ່ຄວາມສຸກເອີຍ.