ຊາບຊຶ້ງໃນຮັກ
1. ໃນພຣະອົງ
ທຸກສິ່ງເບິ່ງສວຍງາມ
ທຸກວັນເດີນ
ໃນທາງພຣະອົງ
ບໍ່ວ່າທາງ
ຈະເປັນເຊັ່ນໃດ
ພຣະອົງຊົງຢູ່ໃກ້
ເດີນຄຽງຂ້າງຂ້າ
ຕະຫຼອດທາງ
2. ໃນພຣະອົງ
ຊີວິດຂໍເພິ່ງພາ
ວາງທຸກສິ່ງ
ໃນພຣະຫັດພຣະອົງ
ບໍ່ກັງວົນ
ເມື່ອພົບເລື່ອງຮ້າຍໃດ
ພຣະອົງຊົງຊ່ວຍພົ້ນໄພ
ຂໍໄວ້ວາງໃຈໃນພຣະອົງ
R. ຂ້າຊາບຊຶ້ງ
ໃນຮັກພຣະອົງ
ຂໍຢູ່ໃນຮັກແທ້
ຕະຫຼອດໄປ
ສັນຕິສຸກ
ຄອບຄອງ
ແລະເຕີມເຕັມລົ້ນໃຈ
ຢູ່ໃນຮັກ
ທີ່ສວຍງາມສະເໝີໄປ