p-ປ່ຽມຮັກ

ເພງສັ້ນ
ປ່ຽມຮັກ

1. ປ່ຽມຮັກຈົນເຕັມລົ້ນ
ຜູ້ຄົນຢູ່ໃນໃຈ
ດ້ວຍຄວາມຫ່ວງໃຍ
ຈຶ່ງໄດ້ສະເດັດມາ

ບັນທົມໃນຮາງຫຍ້າ
ຊົງນາມວ່າເຢຊູ
ທຸກຄົນຄວນຮູ້
ວ່າຊົງເປັນຜູ້ໃດ

R. ນີ້ຄືຂ່າວສຳຄັນ
ທີ່ສຸດໃນຫົວໃຈ
ພຣະຜູ້ໄຖ່ໄດ້ມາ
ຢູ່ກັບເຮົາ

ປ່ຽນຄວາມເສົ້າມືດມົນ
ດ້ວຍແຮງແສງສະຫວ່າງ
ປ່ຽມດ້ວຍຮັກພຣະຄຸນ
ແລະເມດຕາ

2. ທີ່ເມືອງເບັດເລເຮັມ
ທີ່ເຄີຍງຽບເຫງົາ
ຜູ້ຄົນໂສກເສົ້າ
ບໍ່ມີທີ່ເພິ່ງພາ

ຕາເວັນເລີ່ມສ່ອງແສງ
ປະກາຍແຫ່ງຄວາມຫວັງ
ທຸກຄົນສຸກສັນ
ຜູ້ນັ້ນສະເດັດມາ

R. ນີ້ຄືຂ່າວສຳຄັນ
ທີ່ສຸດໃນຫົວໃຈ
ພຣະຜູ້ໄຖ່ໄດ້ມາ
ຢູ່ກັບເຮົາ

ປ່ຽນຄວາມເສົ້າມືດມົນ
ດ້ວຍແຮງແສງສະຫວ່າງ
ປ່ຽມດ້ວຍຮັກພຣະຄຸນ
ແລະເມດຕາ.