ຈົ່ງໄວ້ວາງໃຈ

ເພງສັ້ນ
ຈົ່ງໄວ້ວາງໃຈ

1. ບໍ່ວ່າຍາມໃດທີ່ເຮົາຈະເດີນກ້າວໄປ
ຈົ່ງໄວ້ວາງໃຈໃນອົງພຣະເຢຊູ
ເຖິງວ່າມື້ນັ້ນ ຈະຢູ່ຕໍ່ຫນ້າສັດຕູ
ພຣະອົງຊົງຢູ່ຄຽງຂ້າງຕົວເຮົາ

2. ເມື່ອເຮົາພາດພັ້ງ
ທ່າມກາງບັນຫາມາກມາຍ
ທຸກໃຈຫາທາງອອກບໍ່ທັນ

ໃຫ້ຮີບທູນຂໍ
ພຣະອົງຊົງໂຜດແກ້ການ
ໃຫ້ເຮົາໄດ້ມີສະຕິປັນຍາ

R. ໃຫ້ເຮົານັ້ນມີກຳລັງປ່ຽມລົ້ນ
ໄດ້ຈົນພ້ອມຈະສູ້ຕໍ່ໄປ
ມຸ່ງສູ່ໄຊຊະນະທີ່ພຣະອົງຊົງຕຽມໄວ້
ເມື່ອວັນສຸດທ້າຍມາເຖິງ

3. ເຮົາຮູ້ສະເໝີ
ວ່າພຣະອົງຊົງປົກປ້ອງ
ບໍ່ໃຫ້ເຮົາຕ້ອງພ່າຍແພ້ຕໍ່ມານ

ເໝືອນດັ່ງໄກ່ນ້ອຍ
ໃຕ້ຮົ່ມປີກຂອງແມ່ມັນ
ປ້ອງກັນໃຫ້ພົ້ນຈາກອັນຕະລາຍ.