ຂອງປະທານແຫ່ງພຣະວິນຍານ

ເພງສັ້ນ
ຂອງປະທານ
ແຫ່ງພຣະວິນຍານ

1. ຂອງປະທານ
ແຫ່ງພຣະວິນຍານ
ຮ່ວມສ້າງສັນ
ຄຣິສຕະຈັກໃຫ້ຂະຫຍາຍ

ມຸ່ງໜ້າໄປດ້ວຍ
ສະຫງ່າລາສີ

ແມ່ນວ່າມີ
ໝູ່ມານຊາຕານ
ຄອຍຂັດຂວາງ
ຄຣິສຕະຈັກໃຫ້ລົ້ມສະລາຍ

ໃຫ້ພວກເຮົາ
ຮ່ວມແຮງຮ່ວມໃຈ

R. ຈະຮັບໃຊ້ ຮ່ວມຮັບໃຊ້
ຈະທໍາງານຮ່ວມທໍາງານ
ຈະຊ່ວຍຄິດ ເຮົາຊ່ວຍທຳ
ທຸ້ມເທໃຈສຸດກຳລັງ

ສຸດຄວາມຄິດ
ເຮົາຊ່ວຍທໍາ
ຕາມກຳລັງ
ຄວາມສາມາດທີ່ມີ

2. ບາງຄົນເປັນ
ສິດຍາພິບານ
ເປັນອາຈານ
ຜູ້ປະກາດຂ່າວດີ

ບາງຄົນມີຖ້ອຍຄໍາ
ແຫ່ງຄວາມຮູ້

ແມ່ນວ່າເບິ່ງ
ຈະແຕກຕ່າງກັນ
ແຕ່ເຮົາຜູກພັນ
ກັນດ້ວຍຄວາມຮັກ

ເພາະເຮົາມີ
ພຣະວິນຍານອົງດຽວກັນ.