ໂລກນີ້ພຣະເຈົ້າປະທານ
ເພງສັ້ນ
ໂລກນີ້ພຣະເຈົ້າປະທານ
1.ໂລກນີ້ພຣະເຈົ້າປະທານ
ເປັນບ່ອນອາໄສຊົ່ວຄາວ
ເມື່ອເຖິງເວລາກໍຕ້ອງ
ພາກຈາກໄປ
ໃຜໆກໍບໍ່ພົ້ນຄວາມຕາຍ
ໂລກນີ້ເຮົາຢູ່ບໍ່ນານ
ສະຫວັນເປັນບ້ານຂອງເຮົາ
ແລະ ທີ່ນັ້ນເຮົາ
ບໍ່ຕ້ອງພາກຈາກກັນ
ເຮົາຢູ່ສະຫວັນນິຣັນ
2.ໂລກນີ້ເປັນທີ່ສວຍງາມ
ພຣະເຈົ້າຊົງສ້າງເພື່ອເຮົາ
ຄົນໂງ່ເຂົາຈະລືມ
ວ່າເຂົາຕ້ອງຕາຍ
ຈຶ່ງຫຼົງງົມງວາຍຫຼາຍປີ
ວັນນີ້ເຊີນທ່ານທັງຫຼາຍ
ກັບໃຈເຊື່ອພຣະເຢຊູ
ພຣະອົງຊົງຍອມ
ຕາຍເທິງໄມ້ກາງແຂນ
ເພື່ອລ້າງບາບກຳຂອງເຮົາ
3.ໂລກນີ້ລ້ວນອະນິຈັງ
ບໍ່ຢັ້ງບໍ່ຢືນສະເໝີ
ຫຼາຍຄົນລະເມີ
ວ່າຂອງຈີລັງ
ແຕ່ທ່ານຈະຫວັງອັນໃດ
ຄວາມຮັກພຣະເຈົ້າ
ແນ່ນອນ
ບໍ່ສັ່ນບໍ່ຄອນປ່ຽນແປງ
ຖ້າເຮົາໄວ້ໃຈໃນ
ອົງພຣະເຢຊູ
ຈິດໃຈເຮົາສຸກສະບາຍ.