211 ພຣະຄຣິດໄປຈັດແຈ່ງບ່ອນ(ບົດເພງທີ 211)
Hymn
211 ພຣະຄຣິດໄປຈັດແຈ່ງບ່ອນ
CHRIST PREPARES A PLACE
1.ພຣະຄຣິດ ໄປຈັດແຈ່ງ
ບ່ອນສຳລັບ ພວກເຮົາທັງຫລາຍ
ຈົ່ງຄອຍຖ້າ ຕື່ມຄວາມເຊື່ອ
ໄວ້ໜັ້ນ ຄົງປົງໃຈຢູ່
ເພື່ອພົບ ຊີວິດທີ່ເຮົາ
ປະສົງຢາກ ຮັບເອົານັ້ນ
ຈົ່ງຂັບຕາມ ດ້ວຍໃຈພຽນ
ຮຽນຂັບຕາມ ຂໍ້ຄຳສັ່ງ
2.ຜາສາດຂອງພຣະບິດາ
ກໍມີທີ່ຢູ່ ຫລາຍບ່ອນ
ພຣະຄຣິດ ຊົງເປັນທາງນັ້ນ
ເປັນຄວາມຈິງ ແລະຊີວິດ
ຈິດໃຈພວກ ເຮົາທັງຫລາຍ
ແສນຊື່ນບານ ແລະຍິນດີ
ບໍ່ດົນນານ ພຣະອົງສະເດັດ
ມາຕາມ ຊົງກ່າວໄວ້
3.ຜູ້ທີ່ເຊື່ອ ຈົ່ງປົງໃຈ
ໄຫ້ວວອນ ຂໍຄອຍຖ້າຢູ່
ພຣະອົງ ບໍ່ຊົງກ່າວຕາມ
ລຳພັງເໝືອນ ຢ່າງມະນຸດ
ພຣະວິນຍານ ບໍລິສຸດ
ຊົງສຖິດ ຢູ່ນຳເລື້ອຍ
ຜູ້ທີ່ເຊື່ອມີ ບ່ອນອາໃສ
ໃຈສຳລານ ຢູ່ແລ້ວ
4.ໂອ້ພຣະເຢຊູ ຜູ້ໄຖ່
ຜູ້ຊົງຮັກ ແລະ ເອັນດູ
ເຊີນສະເດັດຫຽັບ ມາຊ່ອຍ
ໃນຄາວຫຽຸ້ງຍາກ ໜັກຫນາ
ຂໍຊ່ອຍຊູ ດ້ວຍພຣະທັຍ
ບໍລິສຸດ ຂອງພຣະອົງ
ຂ້ານ້ອຍປົງ ຈິດໃຈໄວ້
ຈົນສີ້ນສຸດ ລົມຫັນໃຈ