ຄຣິສມາດຄືຄວາມຫວັງ

ເພງພິເສດ
ຄຣິສມາດຄືຄວາມຫວັງ

1. ສຽງເພງດັງ
ປະສານເຄື່ອງດົນຕີ
ວັນນີ້ເປັນວັນສົດໃສ

ເມື່ອມີເຈົ້າ ແລະ
ຂ້ອຍຍິ້ມໃຫ້ກັນ
ຄວາມຮັກເຕີມເຕັມ
ທຸກຫົວໃຈ

ຄຣິສມາດຄືວັນ
ແສນຈະພິເສດ
ເມື່ອຫົວໃຈພົບ
ຄວາມໝາຍ

ພຣະເຢຊູ
ໄດ້ລົງມາເກີດ
ເພື່ອເຮົາ

2. ຮ່ວມຍິນດີ
ສະຫຼອງເພາະພຣະອົງ
ຄວາມທຸກກັງວົນ
ສະຫຼາຍ

ເພາະພຣະອົງ
ມອບຮັກທີ່ຍິ່ງໃຫຍ່
ທີ່ບໍ່ມີໃຜມອບໃຫ້ໄດ້

ຄຣິສມາດຄື
ຄວາມຫວັງ
ຂອງຫົວໃຈ

ຢາກໃຫ້ທຸກຄົນໄດ້ຮູ້
ພຣະເຢຊູໄດ້ລົງ
ມາເກີດເພື່ອເຮົາ

R. ຂ່າວດີທີ່ແສນ
ສຳຄັນວັນນີ້
ຍິ່ງກວ່າສິ່ງໃດ

ຄືຮັກຂອງພຣະອົງ
ພ້ອມໃຫ້ທຸກຄົນ
ຂໍພຽງເຂົ້າມາຮັບໄປ

3. ເໜືອສຽງເພງ
ງານລ້ຽງແລະຜູ້ຄົນ
ຄືຮັກທີ່ມາຈາກຟ້າ

ພຣະເຢຊູຄື
ຂອງຂວັນທີ່ລ້ຳຄ່າ
ທີ່ພຣະເຈົ້າມອບ
ໃຫ້ເຮົາມາ

ຮັກທີ່ມີຄວາມໝາຍ
ເພື່ອທຸກຄົນ
ວັນນີ້ບໍ່ຕ້ອງຕາມຫາ

ໃຫ້ຄວາມຮັກພຣະອົງ
ເຂົ້າມາໃນຫົວໃຈ

SOLO

R. ຂ່າວດີທີ່ແສນ
ສຳຄັນວັນນີ້
ຍິ່ງກວ່າສິ່ງໃດ

ຄືຮັກຂອງພຣະອົງ
ພ້ອມໃຫ້ທຸກຄົນ
ຂໍພຽງເຂົ້າມາຮັບໄປ

3. ເໜືອສຽງເພງ
ງານລ້ຽງແລະຜູ້ຄົນ
ຄືຮັກທີ່ມາຈາກຟ້າ

ພຣະເຢຊູຄື
ຂອງຂວັນທີ່ລ້ຳຄ່າ
ທີ່ພຣະເຈົ້າມອບ
ໃຫ້ເຮົາມາ

ຮັກທີ່ມີຄວາມໝາຍ
ເພື່ອທຸກຄົນ
ວັນນີ້ບໍ່ຕ້ອງຕາມຫາ

ໃຫ້ຄວາມຮັກພຣະອົງ
ເຂົ້າມາໃນຫົວໃຈ

ພຣະອົງຄືເຫດຜົນ
ທີ່ມີວັນນີ້.