k-ກຸມມານນ້ອຍຈອມລາຊາ

ເພງສັ້ນ
ກຸມມານນ້ອຍຈອມລາຊາ

1.ສຸກສັນວັນຄຣິດສະມາດ
ໂອ້ວັນທີ່ແສນຊື່ນບານ
ເຊີນມາຮ້ອງເພງປະສານ
ສັນເສີນອົງພຣະກຸມມານ

ຜູ້ປະສູດມາທ່າມກາງ
ຄວາມມືດມົນເທິງຫົນທາງ
ແຫ່ງລາຕຣີການໃນຮາງຫຍ້າ
ມີພຽງຝູງປະຊາຄຽງຂ້າງກາຍຍາພຣະອົງ

ຈະມີໃຜຈັກຄົນ
ຕື່ນເຝົ້າລໍຄອຍຊື່ນຊົມ
ຈຸດໄຟໃນກະບອງ
ຕື່ນເຝົ້າລໍ

R.ບັດນີ້ເຊີນທຸກຄົນ
ຕື່ນເຝົ້າລໍຄອຍຊື່ນຊົມ
ກຸມມານນ້ອຍອົງພຣະຄຣິດ
ຈອມລາຊາ

2.ນີ້ຄືຈອມລາຊາ
ຜູ້ມີໃຈຮັກເມດຕາ
ສະເດັດມາຍັງໂລກາ
ຊົງຊ່ວຍເຫຼົ່າຊາວປະຊາ

ນຳຄວາມລອດພົ້ນທຸກທົນ
ຄວາມສັບສົນວຸ້ນວາຍ
ຈາກຄວາມຊົ່ວຮ້າຍໝອງໝົ່ນ
ຮ່ວມເຮົາທຸກປວງຊົນ

ເປັນຫນຶ່ງດຽວກັນທັງໂລກ
ບໍ່ມີໃຜຈັກຄົນອີກຕໍ່ໄປໃຈຫາຍໂສກ
ຜູກພັນຮັກທັງໂລກຕະຫລອດໄປ

ຕະຫລອດໄປ ຕະຫລອດໄປ
ໃນຈອມລາຊາ