ງາມນໍ້າໃຈ (ບູລຸດ)
ເພງພິເສດ
ງາມນໍ້າໃຈ
1. ເພິ່ນວ່າຄົນຈະງາມ
ງາມນໍ້າໃຈບໍ່ແມ່ນໃບໜ້າ
ເພິ່ນວ່າຄົນຈະສວຍ
ສວຍປັນຍາບໍ່ແມ່ນຕາຫວານ
ຄົນຮູ້ວິຊາ
ຄືຄົນແກ່ບໍ່ໄດ້ຢູ່ນານ
ຄົນລວຍສິນທານ
ທຸກວັນບໍ່ແມ່ນບ້ານຕົນ
2. ໄກ່ງາມເພາະຂົນ
ຄົນຈະງາມກໍເພາະການແຕ່ງ
ແຕ່ນ້ອງຄົນປາກແຊ່ງ
ແຕ່ງຈັງໃດມັນກໍບໍ່ງາມ
ຖ້າຈິດໃຈຄົນ
ໄຝ່ຫາພຣະເຈົ້າໃຈຢ່າງ
ງາມບໍ່ງາມກໍ່ຊ່າງ
ຂໍພຽງຮັກແທ້ກໍພໍ
R. ພຣະເຢຊູ
ເພິ່ນມາເພື່ອຊ່ວຍໂລກ
ດັບທຸກຫາຍໂສກ
ຫາຍເສົ້າ ຫາຍກັງວົນໃຈ
ເພິ່ນປະທານ
ພຣະພອນແລະຊີວິດໃໝ່
ເຮົາຮັບການໄຖ່
ຢູ່ໃນພຣະຄຸນພຣະອົງ
3. ຫາກວ່າພວກເຮົາ
ຮັບເອົາພຣະເຈົ້າຍິ່ງໃຫຍ່
ພຣະອົງຊ່ວຍໄຖ່
ຮື້ຈິດໃຈເຮົາໃໝ່ສະເໝີ
ຄວາມຮັກພຣະອົງ
ຍິ່ງໃຫຍ່ບໍ່ໄດ້ເພີ້ເຈີ້
ຮັກເຮົາສະເໝີ
ທຸກໆຄົນທົ່ວໃນໂລກາ
R. ພຣະເຢຊູ
ເພິ່ນມາເພື່ອຊ່ວຍໂລກ
ດັບທຸກຫາຍໂສກ
ຫາຍເສົ້າ ຫາຍກັງວົນໃຈ
ເພິ່ນປະທານ
ພຣະພອນແລະຊີວິດໃໝ່
ເຮົາຮັບການໄຖ່
ຢູ່ໃນພຣະຄຸນພຣະອົງ
3. ຫາກວ່າພວກເຮົາ
ຮັບເອົາພຣະເຈົ້າຍິ່ງໃຫຍ່
ພຣະອົງຊ່ວຍໄຖ່
ຮື້ຈິດໃຈເຮົາໃໝ່ສະເໝີ
ຄວາມຮັກພຣະອົງ
ຍິ່ງໃຫຍ່ບໍ່ໄດ້ເພີ້ເຈີ້
ຮັກເຮົາສະເໝີ
ທຸກໆຄົນທົ່ວໃນໂລກາ
@ຮັກເຮົາສະເໝີ
ທຸກໆຄົນຢູ່ໃນຫ້ອງນີ້.