o-ອະໄພສະເຫມີ

ເພງສັ້ນ
ອະໄພສະເຫມີ

1. ຫາກວ່າມີໃຜຈັກຄົນ
ເຮັດໃຫ້ເຮົາຕ້ອງຮູ້ສຶກ
ອິດເມື່ອຍແລະທໍ້ໃຈ
ຫມົດກຳລັງຈະກ້າວເດີນ

ຫາກວ່າເຂົາເຮັດໃຫ້ເຈັບ
ເຮັດໃຫ້ເຮົາຕ້ອງຮ້ອງໃຫ້
ຢ່າໄປຖືໂທດຕໍ່ເຂົາ
ແຕ່ເຮົາອະທິຖານ

R.ອ້ອນວອນຕໍ່ພຣະເຢຊູ
ຂໍຊົງໂຜດເມດຕາ
ອະໄພໃຫ້ເຂົາ
ແລະໃຫ້ເຮົາຕ້ອງທົນໄຫວ

ຮຽນຮູ້ທີ່ຈະຮັກ
ຮຽນຮູ້ທີ່ຈະໃຫ້ອະໄພ
ຢ່າເກັບຄວາມຂົມຂື່ນໄວ້
ໃຫ້ມັນທຳຮ້າຍຫົວໃຈ

ຂໍພຣະເຢຊູນັ້ນ
ຂໍພຣະອົງປ່ຽນແປງ
ຊີວິດໃຫມ່
ຂໍໃຫ້ເຮົາເປັນຄົນ

ທີ່ໃຈຖ່ອມແລະພ້ອມທີ່
ຈະອະໄພໄດ້ສະເຫມີ

2. ກໍ່ພໍຮູ້ວ່າເມື່ອຍ
ທີ່ຕ້ອງທົນຕໍ່ທຸກສິ່ງ
ກໍເຮົາເປັນພຽງຄົນ
ກໍ່ຕ້ອງມີຫວັ່ນໄຫວ

ຈະໃຫ້ຮັກຄົນບາງຄົນ
ຄົນທີ່ເຮັດໃຫ້ເສຍໃຈ
ອາດເບິ່ງເປັນເລື່ອງຍາກໄປ
ພຽງແຕ່ເຮົາຖ່ອມໃຈ

R.ອ້ອນວອນຕໍ່ພຣະເຢຊູ
ຂໍຊົງໂຜດເມດຕາ
ອະໄພໃຫ້ເຂົາ
ແລະໃຫ້ເຮົາຕ້ອງທົນໄຫວ

ຮຽນຮູ້ທີ່ຈະຮັກ
ຮຽນຮູ້ທີ່ຈະໃຫ້ອະໄພ
ຢ່າເກັບຄວາມຂົມຂື່ນໄວ້
ໃຫ້ມັນທຳຮ້າຍຫົວໃຈ

ຂໍພຣະເຢຊູນັ້ນ
ຂໍພຣະອົງປ່ຽນແປງ
ຊີວິດໃຫມ່
ຂໍໃຫ້ເຮົາເປັນຄົນ

ທີ່ໃຈຖ່ອມແລະພ້ອມທີ່
ຈະອະໄພໄດ້ສະເຫມີ