ມະນຸດເປັນຄົນບາບ (ສະຕຣີ)

ເພງພິເສດ
ມະນຸດເປັນຄົນບາບ

1. ບໍ່ມີໃຜດີທີ່ສຸດ
ເພາະວ່າມະນຸດ
ເປັນຄົນບາບ

ພາຍໃຕ້ຄຳແຊ່ງສາບ
ຄວາມຮັກທີ່ບໍ່
ເຊື່ອຟັງພຣະເຈົ້າ

ຄ່າຈ້າງຂອງ
ຄວາມບາບ
ຄືຄວາມພິນາດ
ຊົ່ວນິຣັນ

ຂອງປະທານ
ຈາກສະຫວັນ
ຊ່ວຍໄຖ່ໂທດທັນ
ພົ້ນຈາກຄວາມຕາຍ

R. ຄື ພຣະເຢຊູ
ສະຫຼະຊີວິດພຣະອົງ
ເປັນໄປຕາມ ພຣະປະສົງ
ຂອງອົງພຣະບິດາ

ສະເດັດຈາກສະຫວັນ
ເບື້ອງເທິງພຣະອົງລົງມາ
ເກີດໃນໂລກາ
ເພື່ອຊ່ວຍຄົນ

ຊົງຊ່ວຍທຸກຊີວິດ
ພຣະເຢຊູ
ຍອມທຸກທົນ

ແບກບາບເຕັມລົ້ນ
ຍອມສິ້ນພຣະຊົນ
ເທິງກາງແຂນ

ຜ່ານໄປເຖິງວັນທີ 3
ພຣະເຢຊູຟື້ນຄືນ
ຈາກຄວາມຕາຍ

ມີໄຊເໜືອບາບທັງຫຼາຍ
ຊະນະຄວາມຕາຍ
ຟື້ນຄືນພຣະຊົນ

2. ຊີວິດຈະດີທີ່ສຸດ
ຖ້າຫາກມະນຸດ
ຊະນະຄວາມບາບ

ພົ້ນຈາກຄຳແຊ່ງສາບ
ພົ້ນຈາກຄວາມຕາຍ
ສູ່ນິຣັນ

Solo.....

R. ຄື ພຣະເຢຊູ
ສະຫຼະຊີວິດພຣະອົງ
ເປັນໄປຕາມ ພຣະປະສົງ
ຂອງອົງພຣະບິດາ

ສະເດັດຈາກສະຫວັນ
ເບື້ອງເທິງພຣະອົງລົງມາ
ເກີດໃນໂລກາ
ເພື່ອຊ່ວຍຄົນ

ຊົງຊ່ວຍທຸກຊີວິດ
ພຣະເຢຊູ
ຍອມທຸກທົນ

ແບກບາບເຕັມລົ້ນ
ຍອມສິ້ນພຣະຊົນ
ເທິງກາງແຂນ

ຜ່ານໄປເຖິງວັນທີ 3
ພຣະເຢຊູຟື້ນຄືນ
ຈາກຄວາມຕາຍ

ມີໄຊເໜືອບາບທັງຫຼາຍ
ຊະນະຄວາມຕາຍ
ຟື້ນຄືນພຣະຊົນ

2. ຊີວິດຈະດີທີ່ສຸດ
ຖ້າຫາກມະນຸດ
ຊະນະຄວາມບາບ

ພົ້ນຈາກຄຳແຊ່ງສາບ
ພົ້ນຈາກຄວາມຕາຍ
ສູ່ນິຣັນ

ຂອງປະທານ
ຈາກສະຫວັນ
ຊ່ວຍໄຖ່ໂທດທັນ
ຄືອົງພຣະຄຣິດ

ຊະນະ
ບາບໃນຊີວິດ
ເປີດຫົວໃຈໃຫ້
ພຣະຄຣິດຄອບຄອງ.