ກາງແຂນລະນຶກ
R ໂອ້ ພຣະເຢຊູ
ຜູ້ຊົງຮັກທຸກຄົນ
ທໍລະຊົນ
ຈັບຕຶງຄຶງຈົນຕາຍ
ເຂົາທຳມະຈານ
ເພື່ອຕ້ອງການໃຫ້ອັບອາຍ
ໂອ້ນ້ຳໃຈຄົນພານ
ສັນດານຊົ່ວ
ພຣະອົງບໍ່ຜິດ
ພຣະຄຣິດຍອມຕາຍບໍ່ກົວ
ປ່ອຍໃຫ້ຄົນຊົ່ວ
ທຳຕາມໃຈຊອບ
ແມ່ນແສນເຈັບປວດ
ຍັງສູ້ທົນ
ຮັບບາບແທນທຸກຄົນ
ຈຶ່ງຍອມຕາຍ
ຂ້າຮັກນ້ຳໃຈ
ຂອງພຣະບຸດຕາ
2.ເຂົາຄຶງເຂົາຕີ
ບໍ່ມີໃຈເມດຕາ
ທໍລະມານ
ປ່ຽນສະຫຼອງຂອງພຣະອົງ
ເຂົາແທງພຣະຊວງ
ເອົາເສື້ອສີມ່ວງໃຫ້ຊົງ
ໂອ້ ພຣະອົງ
ບໍ່ເຄີຍເຜີຍວາຈີ
ດວງໃຈປະເສີດ
ລ້ຳເລີດອາລີ
ເອົາຊີວິດພຣີ
ໄວ້ເພື່ອສຳພັນ
ການຕາຍປະກາດ
ໃຫ້ໂລກຮູ້
ອົງພຣະເຢຊູ
ຜູ້ມີແຜນການ
ໄວ້ເປັນພະຍານ
ສຳຄັນຍິ່ງໃຫ່ຍ
3.ໂລຫິດປະຫຼາດ
ທຸກຢາດລິດມາກມາຍ
ອົງດຽວຕາຍ
ໄຖ່ໄດ້ໝົດທຸກຄົນ
ໜ້າອັດສະຈັນ
ໃນວັນສິ້ນພຣະຊົນ
ຟ້າມືດມົນ
ທົ່ວຖິ່ນດິນສະເທືອນ
ພຣະລາຊກິດ
ພຣະຄຣິດຕາຍຊົງເຕືອນ
ກາງແຂນປຽບເໝືອນ
ຊີວິດພຣະອົງ
ແມ່ນຄົນໃດຢາກ
ໃດ້ຊີວິດ
ຮ່ວມຕາຍກັບພຣະຄຣິດ
ໂດຍໝັ້ນຄົງ
ສາມວັນພຣະອົງ
ຊົງເປັນຄືນມາ