ບຸດແຫ່ງຮາງຫຍ້າ

ເພງພິເສດ
ບຸດແຫ່ງຮາງຫຍ້າ

1. ວັນເວລາຜ່ານໄປນານນັບພັນປີ
ທີ່ພຣະຄຣິດຊົງບັງເກີດໃນໂລກນີ້
ແຕ່ເປັນເໝືອນຄືຜ່ານໄປພຽງຊົ່ວນາທີ
ຄວາມຍິນດີຍັງປ່ຽມລົ້ນທົ່ວໂລກາ

2. ເບັດເລເຮັມເປັນເມືອງນ້ອຍ
ໃນສາຍຕາຜູ້ຄົນ
ແຕ່ພຣະຄຣິດຊົງບັງເກີດ
ໃນເມືອງນີ້

ໃນບ້ານແລະໂຮງແຮມທຸກແຫ່ງ
ບໍ່ມີທີ່ຫວ່າງໃຫ້ພຣະອົງ
ຈຶ່ງໄດ້ປະສູດ
ນອນໃນຮາງຫຍ້າຕ້ອຍຕ່ຳ

R. ເອມານູເອນ
ພຣະເຈົ້າຜູ້ຊົງຢູ່ທ່າມກາງເຮົາ
ເປັນນາມທີ່ຍິ່ງໃຫຍ່
ແລະມີຄວາມໝາຍ

ເປັນນາມຂອງອົງພຣະບຸດຕາ
ຜູ້ຊົງມາໄຖ່ມະນຸດ
ຜູ້ທີ່ຍິນດີ
ແລະວາງໃຈໃນພຣະອົງ

3. ເມື່ອທ່ານນອນລົງ
ບ່ອນນອນທີ່ນຸ້ມ ອຸ່ນສະບາຍ
ຈົ່ງຢ່າລືມພຣະບຸດ
ຢູ່ໃນຮາງຫຍ້າ

ໃນຄ່ຳຄືນທ່ານນອນຢູ່ໃນ
ຫ້ອງທີ່ແສນອົບອຸ່ນ
ໃຫ້ຄິດເຖິງບຸດນ້ອຍ
ນອນໜາວເຢັນກາຍ

4. ແມ່ນພຣະອົງ
ຊົງເປັນພຣະເຈົ້າຍິ່ງໃຫຍ່
ແຕ່ຍິນດີມາລຳບາກໃນໂລກນີ້

ເພາະຄວາມຮັກພຣະອົງ
ທີ່ມີຕໍ່ມວນມະນຸດ
ຈຶ່ງໄດ້ປະທານ
ພຣະບຸດອົງດຽວລົງມາ

R. ເອມານູເອນ
ພຣະເຈົ້າຜູ້ຊົງຢູ່ທ່າມກາງເຮົາ
ເປັນນາມທີ່ຍິ່ງໃຫຍ່
ແລະມີຄວາມໝາຍ

ເປັນນາມຂອງອົງພຣະບຸດຕາ
ຜູ້ຊົງມາໄຖ່ມະນຸດ
ຜູ້ທີ່ຍິນດີ
ແລະວາງໃຈໃນພຣະອົງ

Solo...

R. ເອມານູເອນ
ພຣະເຈົ້າຜູ້ຊົງຢູ່ທ່າມກາງເຮົາ
ເປັນນາມທີ່ຍິ່ງໃຫຍ່
ແລະມີຄວາມໝາຍ

ເປັນນາມຂອງອົງພຣະບຸດຕາ
ຜູ້ຊົງມາໄຖ່ມະນຸດ
ຜູ້ທີ່ຍິນດີ
ແລະວາງໃຈໃນພຣະອົງ.